ເຊົ້າວັນທີ 22 ພຶດສະພາ 2018 ທີ່ເດີນໂຮງຮຽນ ມສ ໂພນທອງ, ເມືອງໂພນທອງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານອົງການກາແດງລາວ ພ້ອມທັງກິດຈະກຳຮັບບໍລິຈາກເລືອດຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທະວີ ສົມມະນີ ຮອງຫົວ ໜ້າຫ້ອງວ່າການປົກຄອງເມືອງ, ທ່ານ ທອງພັນ ແກ້ວມະນີ ອຳນວຍການ ໂຮງຮຽນ ມສ ໂພນທອງ , ມີຄະນະກຳມະການສົ່ງເສີມການບໍລິຈາກເລືອດ ແລະ ພະນັກງານແພດໝໍ ບັນດາຄູອາຈານ ແລະ ນັກຮຽນນັກສຶກສາ ຈາກໂຮງຮຽນມັດທະຍົມຕອນປາຍໂພນທອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ ຊີ້ແຈ້ງຍົກບັນຫາການເຄືອນໄຫວວຽກງານອົງການກາແດງລາວເປັນແຕ່ລະໄຍຍະຜ່ານມາ, ການລົງເຜີຍແຜ່ວຽກງານກາແດງ ແລະ ການຈັດຕັ້ງກາແດງໃນຄັ້ງນີ້ ເປັນການກະກຽມ ແນໃສ່ສ້າງຂະບວນການຄຳນັບຮັບຕ້ອນໂຮງໝໍຊຸມຊົນເມືອງໂພນທອງ ແຂວງຫຼວງພະບາງ ນອກນີ້, ຍັງເປັນການສ້າງຈິດສໍານຶກໃຫ້ຊັ້ນຄົນຕ່າງໆໃນສັງຄົມ ເຫັນໄດ້ຄວາມຈຳເປັນຂອງວຽກງານບໍລິຈາກເລືອດ ເພື່ອນຳໄປຊ່ອຍເຫລືອ ກູ້ເອົາຊີວິດຄົນເຈັບທີ່ກຳລັງນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ໃນຂອບເຂດທົ່ວປະເທດຊຶ່ງການຈັດກິດຈະກຳບໍລິຈາກເລືອດໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຫລາຍກວ່າ 500 ກ່ວາຄົນ ແລະ ຄາດຄະເນວ່າຈະໄດ້ເລືອດຢ່າງໜ້ອຍ 50 ກ່ວາຖົງ.
Editor: ກຳປານາດ ລັດຖະເຮົ້າ