ເມື່ອບໍ່ດົນນີ້, ສະມາຄົມທະນາຄານອາຊຽນ, ສະມາຄົມທະນາຄານສິງກະໂປ ຮ່ວມກັບ ສະມາຄົມທະນາຄານລາວ ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້ ເຄື່ອຂ່າຍນະວັດຕະກຳທາງການເງິນອາຊຽນ (AFIN) ແລະ ການເຂົ້າເຖິງການບໍລິການ ດ້ານການເງິນຢ່າງທົ່ວເຖິງ, ໂດຍຜ່ານ ນະວັດຕະກຳທາງການເງິນ, ເຊີ່ງກອງປະຊຸມດັ່ງກ່າວ ຈັດຂື້ນທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ພູຂົງ ຈັນທະຈັກ ປະທານສະມາຄົມທະນາຄານລາວ, ທ່ານນາງ Ong-Ang Ai Boon ປະທານສະມາຄົມທະນາຄານສິງກະໂປ, ທ່ານ ເລຂາທິການສະມາຄົມ ທະນາຄານອາຊຽນ, ເປັນກຽດເຂົ້າຮ່ວມໂດຍ ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ທາເກຊີ ຮິກິຮາຣາ (Takeshi Hikihara) ເອກອັກຄະລັດຖະທູດ ຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ພົງສະຫວັນ ພົມກອງ ຕາງໜ້າ ອົງການການເງິນສາກົນ ປະຈຳ ສປປ ລາວ, ມີບັນດາ ທະນາຄານທຸລະກິດ, ກະຊວງກ່ຽວຂ້ອງ, ສະມາຄົມທຸລະກິດ, ພາກເອກະຊົນ ແລະ ອົງການຕ່າງໆ ປະຈຳ ສປປ ລາວ ເຂົ້າຮ່ວມ.
ສຳລັບເປົ້າໝາຍ ໃນການຈັດກອງປະຊຸມສຳມະນາໃນຄັ້ງນີ້, ກໍເພື່ອແລກປ່ຽນບົດຮຽນ ແລະ ຕົວ ຢ່າງໃນການນຳໃຊ້ເຕັກໂນໂລຊີ ເຂົ້າໃນການໃຫ້ບໍລິການດ້ານການເງິນເຊັ່ນ: ການແກ້ໄຂບັນຫາດ້ານການເງິນ ສຳລັບຈຸລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ຂະຫນາດກາງ, ການຮ່ວມມື ລະຫວ່າງບໍລິສັດນະວັດຕະກຳທາງດ້ານການເງິນ ແລະ ທະນາຄານທຸລະກິດ, ບັນຫາສິ່ງທ້າທາຍ ໃນການຂະຫຍາຍການນຳໃຊ້ເທັກໂນໂລຊີ ເຂົ້າໃນຂະແໝງການທະນາຄານທຸລະກິດ ແລະ ສະຖາບັນການເງິນໂດຍການຈັດຕັ້ງ ປະຕິບັດລະບຽບກົດຫມາຍ, ການຄຸ້ມຄອງຄວາມສ່ຽງ ທີ່ຈະໄດ້ຮັບຜົນກະທົບ ຕໍ່ການດຳເນີນທຸ ລະກິດການບໍລິການ, ລວມທັງ ການພັດທະນາລະບົບຊຳລະ ແລະ ການສ້າງສິ່ງແວດລ້ອມ ເພື່ອການເຮັດທຸລະກຳ ທີ່ມີປະສິດທິຜົນ ແລະ ບັນຫາຄວາມປອດໄພ ທາງລະບົບຄອມພິວເຕີ.
ນອກຈາກນີ້, ກອງປະຊຸມຍັງໄດ້ ປຶກສາຫາລື ແລະ ຮຽນຮູ້ ກ່ຽວກັບເຄື່ອຂ່າຍນະວັດຕະກຳ ທາງການເງິນຂອງອາຊຽນ (ASENA Financial Innovation Network ຫລື AFIN ) ແລະ ເງຶ່ອນໄຂການເຂົ້າເປັນສະມາຊິກ ຂອງບັນດາທະນາຄານ, ເຊິ່ງວຽກງານດັ່ງກ່າວ ແມ່ນຢູ່ພາຍໃຕ້ສະມາຄົມ ທະນາຄານອາຊຽນ, ໄປຄ່ຽງຄູ່ກັບກອງປະຊຸມສຳມະນາ ໄດ້ມີການຈັດງານວາງ ສະແດງຜົນງານ ການຄົ້ນຄວ້ານະວັດຕະກຳທາງການເງິນ ຈາກບັນດາບໍລິສັດທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງໄດ້ຮັບຄວາມສົນໃຈ ຈາກແຂກມາຮ່ວມງານຢ່າງຫລວງຫລາຍ
Editor: ກຳປານາດ ລັດຖະເຮົ້າ