ໃນທ້າຍອາທິດທີ່ຜ່່ານມານີ້ ທີ່ສະໂມສອນໃຫຍ່ຂອງເມືອງໂພນທອງ, ແຂວງຫລວງພະບາງໄດ້ຈັດພິທີບັນລະຍາຍເອກະສານອົບຮົມສະມາຊິກພັກປະຊາຊົນ ປະຕິວັດລາວ ຄັ້ງທີ ll ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ສົມມາລີ ຄຳເກັ່ງ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງ-ເມືອງໂພນທອງ, ມີເລຂາໜ່ວຍພັກຕະຫລອດຮອດສະມາຊິກສົມບູນ, ສໍາຮອງທົ່ວເມືອງເຂົ້າຮ່ວມ.
ໃນພິທິສະຫາຍ ສົມມາລີ ຄໍາເກັ່ງ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງ-ເມືອງໂພນທອງ ເປັນກຽດຂື້ນເຜີຍແຜ່ບັນລະຍາຍເອກະສານອົບຮົມສະມາຊິກພັກປະຊາຊົນ ປະຕິວັດລາວຄັ້ງທີ ll ປະກອບມີເອກະສານສຳຄັນ ດັ່ງນີ້: ເອກະສານຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນີນ,ເອກະສານວຽກງານກໍ່ສ້າງ ແລະ ປັງປຸງພັກ, ເອກະສານຄຸນທາດການເມືອງ ແລະ ຄຸນສົມບັດສີນທຳປະຕີວັດຂອງສະມາຊິກພັກ, ເອກະສານເຊີດຊູຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ,ເອກະສານແກ້ໄຂພະຍາດອາດຍາສິດ, ເອກກະສານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ,
ການບັນລະຍາຍເຜີຍແຜ່ເຊື່ອມຊຶມເອກະສານວຽກງານພັກຄັ້ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານຫລັກແຫລ່ງຂອງເມືອງ ສະມາຊິກພັກ ມີຄວາມຕັ້ງໜ້າໃນການຝືກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນສະມາຊິກພັກທີ່ປອດໃສເຂັ້ມແຂງ ແລະ ໜັກແໜ້ນ ທັງເປັນການກະກຽມຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໂພນທອງ ສະໄໝ່ທີ ll ທີຈະໄຂຂື້ນໃນຕໍ່ໜ້ານີ້.
Editor: ເມືອງໂພນທອງ