ໃນອາທິດຜ່ານມາ ຄະນະໂຄສະນາອົບຮົມ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ຈັດຕັ້ງປາຖະກະຖາ ເຜີຍແຜ່ ສະພາບການ ລາວ-ກໍາປູເຈຍ ຕິດພັນກັບການເຜີຍແຜ່ມະຕິ 9 ສະໄໝທີ VII ຂອງອົງຄະນະພັກເມືອງ ແລະ ເລົ່າຄືນວັນຄ້າຍວັນເກີດຂອງ ທ່ານ ເຈກວາຣາ (14 ພຶດສະພາ 1928) ຄົບຮອບ 90 ປີ. ໂດຍເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາ ຂອງທ່ານ ແກ້ວຜາ ສີລາດວງໃຈ ຮັກສາການເລຂາພັກ-ເຈົ້າເມືອງໆລະຄອນເພັງ, ມີບັນດາຫົວໜ້າຫ້ອງການ, ພະນັກງານສະມາຊິກພັກ-ລັດຖະກອນ, ຫົວໜ້າກຸ່ມບ້ານ, ກໍາລັງປະກອບອາວຸດ ແລະ ພະນັກງານອາສະໝັກເຂົ້າຮ່ວມຮັບຟັງ.
ທ່ານ ແກ້ວຜາ ສີລາດວງໃຈ ໄດ້ເຜີຍແຜ່ເອກະສານສະພາບການລາວ-ກໍາປູເຈຍ ໂດຍໄດ້ຍົກໃຫ້ເຫັນ ຄວາມເປັນມາທາງດ້ານປະຫວັດສາດ ແຫ່ງການພົວພັນ ລະຫວ່າງ ລາວ-ກຳປູເຈຍ ໃນແຕ່ລະຍຸກແຕ່ລະສະໃໝ ໂດຍສະເພາະນັບແຕ່ໄລຍະການຕໍ່ສູ້ ເພື່ອຄວາມເປັນເອກະລາດ ຈົນມາຮອດປັດຈຸບັນ, ຍົກໃຫ້ເຫັນສະພາບການສຳຫຼວດປັກຫຼັກໝາຍຊາຍແດນ ແລະ ບັນຫາທີ່ເກີດຂຶ້ນ ທີ່ພົວພັນເຖິງຊາຍແດນ ລະຫວ່າງ ລາວ-ກຳປູເຈຍ, ໃຫ້ພະນັກງານສະມາຊິກພັກ-ລັດຖະກອນ, ກໍາລັງປະກອບອາວຸດ ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ມີຄວາມເປັນເອກະພາບສູງຕໍ່ທັດສະນະ ແລະ ທິດທາງຂອງສູນກາງພັກ ໃນການແກ້ໄຂບັນຫາທີ່ເກີດຂຶ້ນ.
ນອກນັ້ນຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການ ປາຖະກະ ຖາວັນເກີດທ່ານ ເຈກວາຣາ (14 ພຶດສະພາ 1928) ຄົບ ຮອບ 90 ປີ ແລະ ຮັບການເຜີຍແຜ່ມະຕິ 9 ສະໄໝທີ VII ຂອງອົງຄະນະພັກເມືອງ.
Editor: ນັກຂ່າວເມືອງລະຄອນເພັງ