ໃນວັນທີ 22 ພຶດສະພາ 2018 ນີ້ ທາງ ປກສ ກຸ່ມບ້ານດອນໃຈ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ຈະມີຄົນນໍາຢາເສບຕິດຜ່ານມາທາງນີ້ ຈາກນັ້ນ ທາງເຈົ້າໜ້າທີ່ ປກສ ກຸ່ມບ້ານດອນໃຈ ຈຶ່ງໄດ້ຕັ້ງຈຸດກວດກາລົດ ແລະ ໄດ້ພົບເຫັນລົດຈັກ ຜູ້ຕ້ອງສົງໄສຊື່: ທ້າວ ສົມພອນ ໄຊຢືນຢົງ ອາຍຸ 53 ປີ ອາຊີບເຮັດໄຮ່ ຊົນເຜົ່າກຶມມຸ ຢູ່ບ້ານນາງານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຜ່ານການກວດກາຈຶ່ງພົບເຫັນ ຢາບ້າ ທີ່ຊຸກເຊື່ອງໄວ້ຕາມຕົນຕົວ ຈໍານວນ 202 ເມັດ ຈາກນັ້ນ ຈຶ່ງໄດ້ສົ່ງໃຫ້ທາງເຈົ້າໜ້າທີ່ ພະແນກຕໍາຫຼວດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທໍາການສືບສວນສອບສວນຂະຫຍາຍຜົນ.
ຜ່ານການສືບສ່ວນ-ສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ ຢາບ້າແມ່ນຂອງຕົນແທ້ ເຊິ່ງໄດ້ຊື້ມາຈາກ ນາງກົກທໍ່ ອາຍຸ 60 ປີ ອາຊີບ ເຮັດໄຮ່, ຊົນເຜົ່າມົ້ງ, ຢູ່ບ້ານໃຫຍ່ດອນໃຈ (ຄຸ້ມຫ້ວຍຫະ) ຫຼັງຈາກນັ້ນທາງເຈົ້າໜ້າທີ່ ພະແນກຕໍາຫຼວດ ເມືອງຫ້ວຍຊາຍ ກໍ່ໄດ້ລົງສົບທົບກັບ ປກສ ກຸ່ມບ້ານດອນໃຈ, ອົງການໄອຍະການ ແລະ ອໍານາດການປົກຄອງບ້ານ ເຂົ້າທໍາການກວດຄົ້ນເຮືອນ ຂອງນາງ ກົກທໍ່ ແລະ ໄດ້ພົບເຫັນ ຢາເສບຕິດ ປະເພດຢາບ້າ ຈໍານວນ 04 ຖົງນ້ອຍ ແລະ 91 ເມັດ ລວມຢາເສບຕິດທັງໝົດປະມານ 891 ເມັດ ແລະ ລູກປືນ ລູກຊອງ ຈໍານວນ 25 ລູກ, ລູກປືນ ອາກາ AK 12 ລູກ, ລູກປືນກາມ້າ 7 ລູກ: ເງິນກີບ 661.000 ກີບ, ເງິນບາດ 100 ບາດ ລົດຈັກຍີ່ຫໍ້ ຈົ່ງເຊີນ 1 ຄັນ, ປືນແກັບ 1 ກະບອກ ຈາກນັ້ນ ກໍ່ໄດ້ນໍາຕົວຜູ້ກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
Editor: ເມືອງຫ້ວຍຊາຍ