ໃນຕອນເຊົ້າວັນທີ 21 ພຶດສະພາ 2018 ຢູ່ທີ່ຫ້ອງການກະສິກຳ-ປ່າໄມ້ ເມືອງທຸລະຄົມ, ແຂວງວຽງຈັນ ຈັດພິທີ່ມອບ-ຮັບເຄື່ອງອຸປະກອນຮັບໃຊ້ເຂົ້າໃນວຽກງານ ພັດທະນາທີ່ດິນກະສິກຳ ຢູ່ເມືອງທຸລະຄົມ ແຂວງວຽງຈັນໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳພອນ ຣາຊາຈັກ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ມີທ່ານ ສີທະເຮັ່ງ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງວຽງຈັນ, ມີບັນດາຫົວໜ້າພະແນກທີ່ຂື້ນກັບວຽກງານຄຸ້ມຄອງ ແລະ ພັດທະນາດິນກະສິກຳ, ມີທ່ານ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ, ມີຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ ພ້ອມດ້ວຍທີມງານພາກສະໜາມເມືອງ ແລະ ຄອບຄົວຕົວແບບເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ພະຈອມພົນ ຫົວໜ້າພະແນກຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳແຂວງວຽງຈັນ ກ່າວວ່າ: ໄລຍະຜ່ານມາ ໂດຍສະເພາະແມ່ນການຄຸ້ມຄອງ, ການຊົມໃຊ້ທີ່ດິນກະສິກຳ ຢູ່ເມືຶອງທຸລະຄົມ ແມ່ນມີການພັດທະນາມາເປັນດ້ວຍດີຕະຫລອດມາ ພ້ອມທັງສາມາດສ້າງກຸ່ມຄອບຄົວຕົວແບບ ເພື່ອຍົກສະມັດຕະພາບຜົນຜະລິດການຊົມໃຊ້ທີ່ດິນກະສິກຳແບບຍືນຍົງຢູ່ທີ່ບ້ານ ໂພນງາມ-ນາຝ້າຍ ຈຳນວນ 1 ກຸ່ມ ເຊີ່ງມີ 10 ຄອບຄົວ ເພື່ອເປັັນການພັດທະຄອບຄົວ, ພັດທະນາບ້ານ ກໍ່ຄືການພັດທະນາການຊົມໃຊ້ທີ່ດິນກະສິກຳຂອງເມືອງໃຫ້ເປັນເມືອງແບບຢ່າງໃນການພັດທະນາທາງດ້ານກະສິກຳແບບຍືນຍົງ
ເຊີ່ງລາຍການທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ສຳຮອງ 2 ຊຸດ, ເຄືອງປິ່ຼນເຕີທີ່ສາມາດກ໊ອບ ແລະ ສະແກນເອກະສານ 2 ຊຸດ, ເຄື່ອງສຳຫລວດວັດແທກຈຸດພິກັດ ( GPS ) 2 ຊຸດ, ກ້ອງຖ່າຍຮູບ 2 ໜ່ວຍ, ເຄື່ອງຮັບໃຊ້ຫ້ອງການ, ເຄື່ອງປະສົມຝຸ່ນ 1 ເຄື່ອງ, ເຄື່ອງບົດຝຸ່ນ 1 ເຄື່ອງ, ເຄື່ອງເຜົາແກບ 2 ເຄື່ອງ, ດິນບ໊ອກ 150 ກ້ອນ, ແນວພັນເຂົ້າ 150 ກິໂລກະກາມ, ສີມັງ 6 ເປົາ, ສັງກະສີ 30 ແຜ່ນ, ຝຸ່ຍເຄມີ ແລະ ອຸປະກອນຮັບໃຊ້ພາກສະໜາມຈຳນວນໜື່ງ ລວມມູມຄ່າທັງໝົດ 50 ລ້ານກວ່າກີບ ກ່າວຮັບໂດຍແມ່ນ ທ່ານ ສີ ທະເຮັ່ງ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງວຽງຈັນ
ຕອນທ້າຍພິທີ່ທ່ານ ຄຳພອນ ຣາຊາຈັກ ຫົວໜ້າກົມຄຸ້ມຄອງພັດທະນາທີ່ດິນກະສິກຳ ຍັງໃຫ້ຄໍາແນະນໍາການນໍາໃຊ້ອຸປະກອນຕ່າງໆທີ່ນຳມາມອບໃນຄັ້ງນີ້ ພ້ອມທັງຊຸກຢູ່ໃຫ້ກຸ່ມຄອບຄົວຕົວແບບສຶບຕໍ່ຈັດຕັ້ງປະຕິບັດພັດທະນາທີ່ດິນກະສິກຳ ໃຫ້ກາຍເປັນແບບເປັນຢ່າງໃຫ້ແກ່ເມືອງທຸລະຄົມ ເວົ້າລວມເວົ້າສະເພາະ ກໍ່ຄືບ້ານໂພນງາມ-ນາຝ້າຍໃຫ້ເກີດຜົນປະໂຫຍກສູງສຸດ ແລະ ຍາວນານໃນຕໍ່ໜ້າ.
Editor: ນັກຂ່າວເມືອງທຸລະຄົມ