ໃນວັນທີ 23 ພຶດສະພາ ຜ່ານມານີ້; ຢູ່ທີ່ເມືອງອາດສະພັງທອງ ແຂວງສະຫວັນະເຂດ ໄດ້ຈັດພິທີປາຖະກະຖາ 7 ວັນປະຫວັດສາດຂອງພັກ-ຂອງຊາດ ແລະ ສາກົນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນແກດ ຫອມພະມາໄລ ປະທານແນວລາວສ້າງຊາດເມືອງ, ມີກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ທະຫານ, ຕໍາຫຼວດ, ພະນັກງານ-ລັດຖະກອນພາຍໃນເມືອງເຂົ້າຮ່ວມ.
ເຊິ່ງໃຫ້ກຽດປາຖະກະຖາຄັ້ງນີ້ ໂດຍທ່ານ ບຸນແກດ ຫອມພະມາໄລ ປະທານແນວລາວສ້າງຊາດເມືອງ ແລະ ທ່ານ ນາງ ຄອນສະຫວັນ ວອນທະວີສຸກ ປະທານສະຫະພັນກໍາມະບານເມືອງ. ການປາຖະກະຖາ 7 ວັນປະຫວັດສາດຂອງຊາດ-ຂອງພັກ ແລະ ສາກົນ ເຊັ່ນ: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫິນຊຽງຂວາງ ວັນທີ 18 ພຶດສະພາ 1959 ຫາ ວັນທີ ວັນທີ 18 ພຶດສະພາ 2018 ຄົບຮອບ 59 ປີ, ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວສ້າງຊາດ ວັນທີ 24 ພຶດສາ 1960 ຫາ ວັນທີ 24 ພຶດສະພາ 2018 ຄົບຮອບ 58 ປີ, ວັນກໍາມະກອນສາກົນວັນທີ 1 ພຶດສະພາ 1886 ຫາ ວັນທີ 1 ພຶດສະພາ 2018 ຄົບຮອບ 132 ປີ, ວັນເກີດທ່ານ ກາກມາກ ວັນທີ 5 ພຶດສະພາ 1818 ຫາ ວັນທີ 5 ພຶດສະພາ 2018 ຄົບຮອບ 200 ປີ, ວັນໄຊຊະນະດຽນບຽນຟູ ວັນທີ 7 ພຶດສາພາ 1954 ຫາ ວັນທີ 7 ພຶດສາພາ 2018 ຄົບຮອບ 200 ປີ, ວັນໄຊຊະນະຂອງໂຊຫວຽດເໜືອ ຟາດຊິດເຢຍລະມັນໃນສົງຄາມໂລກຄັ້ງທີ II ວັນທີ 9 ພຶດສະພາ 1890 ຫາ ວັນທີ 9 ພຶດສະພາ 2018 ຄົບຮອບ 73 ປີ ແລະ ວັນເກີດຂອງປະທານໂຮ່ຈີມິນ ວັນທີ 19 ພຶດສະພາ 1890 ຫາ ວັນທີ 19 ພຶດສະພາ ປີ 2018 ຄົບຮອບ 128 ປີ,
ທັງນີ້, ກໍ່ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ກົມກອງຫ້ອງການອ້ອມຂ້າງເມືອງ ອາດສະພັງທອງ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ 7 ວັນປະຫວັດສາດ.
Editor: ນັກຂ່າວເມືອງອາດສະພັງທອງ