ຕອນເຊົ້າຂອງວັນທີ 24 ພຶດສະພາ 2018 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງຊະນະຄາມ, ແຂວງວຽງຈັນ ໄດ້ມີພິທິປິດຊຸດຮຽນທິດສະດີການເມືອງ - ການປົກຄອງ ຊັ້ນຕົ້ນຮຸ່ນທີ I ໃຫ້ພະນັກງານຫຼັກແຫຼ່ງ ຢູ່ເມືອງຊະນະຄາມ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ອຸ່ນແສງ ແກ້ວດາວັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ຜູ້ຊີ້ນໍາເມືອງຊະນະຄາມ, ມີ ສະຫາຍ ສະໝານ ວິເສດຍະພົງ ເລຂາພັກເມືອງ ເຈົ້າເມືອງ ເມືອງຊະນະຄາມ, ມີ ສະຫາຍ ສົມຄິດ ອິນທະວົງ ຜູ້ອຳນວຍການ ໂຮງຮຽນທິດສະດີ - ການເມືອງການປົກຄອງແຂວງວຽງຈັນ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ ຫົວໜ້າຫ້ອງການ ແລະ ນັກສຶກສາທິດສະດີການເມືອງ ການປົກຄອງຊັ້ນຕົ້ນ ກໍ່ເປັນກຽດເຂົ້າຮ່ວມ 1 ຮ້ອຍກ່ວາສະຫາຍ.
ໃນພິທີດັ່ງກ່າວ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ແຂວງວຽງຈັນ ສະບັບເລກທີ 414/ຈຂວຈ ລົງວັນທີ 21/5/2018 ວ່າດ້ວຍ: ການປິດຊຸດຮຽນທິດສະດີ ການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ 3 ເດືອນໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງຊະນະຄາມ, ແຂວງວຽງຈັນ ປະຈໍາປີ 2018. ເຊີ່ງ ຫຼັກສູດທີ່ນໍາມາໃຊ້ເຂົ້າໃນການຮຽນການສອນໃນຄັ້ງນີ້ ແມ່ນຫຼັກສູດຊັ້ນຕົ້ນ ໂດຍແມ່ນສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເປັນຜູ້ກຳນົດອອກ, ມີຊົ່ວໂມງຮຽນທັງໝົດ 375 ຊົ່ວໂມງ, ໃນນີ້ ມີຊົ່ວໂມງບັນຍາຍ 161 ຊົ່ວໂມງ, ກວດກາ 13 ຊົ່ວໂມງ,ສອບເສັງປາກເປົ່າ 35 ຊົ່ວໂມງ, ຊົ່ວໂມງສຳມະນາ ແລະ ແກ້ໄຂຂໍ້ຂ້ອງໃຈ 67 ຊົ່ວໂມງ, ທັດສະນະສຶກສາ 7 ຊົ່ວໂມງ, ກິດຈະກຳ 14 ຊົ່ວໂມງ, ຄົ້ນຄ້ວາ 83 ຊົ່ວໂມງ. ແລະ ມີພະນັກງານຫຼັກແຫຼ່ງເຂົ້າຮຽນທິດສະດີ ການເມືອງການປົກຄອງ ຊັ້ນຕົ້ນ ຮຸ່ນທີ່ I ມີທັງໜົດ 80 ສະຫາຍ ຍິງ 22 ສະຫາຍ ເຊິ່ງລ້ວນແລ້ວແຕ່ແມ່ນສະມາຊິກພັກປະຊາຊົນ ປະຕິວັດລາວ, ພະນັກງານຫຼັກແຫຼ່ງ ທີ່ຖືກຄັດເລືອກ ມາມາຈາກກົມກອງຫ້ອງການ ວິສາຫະກິດ ແລະ ໜ່ວຍພັກຮາກຖານບ້ານ ທີ່ມີອານາຄົດຍາວໄກ ການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດ ໃນການຈັດຕັ້ງຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ - ລັດ.
ໄປພ້ອມໆກັນນີ້ ໃນພິທີຍັງໄດ້ຈັດໃຫ້ມີການມອບ - ຮັບ ໃບປະກາດ ຫຼັກສູດ ທິດສະດີການເມືອງການປົກຄອງຊັ້ນ ຕົ້ນຮຸ່ນທີ I ແລະ ໃບຢັ້ງຢືນການຮຽນທິດສະດີການເມືອງ - ການປົກຄອງ ຊັ້ນຕົ້ນຢ່າງສົມກຽດ.
Editor: ເມືອງຊະນະຄາມ