ຕາມການລາຍງານຂອງສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະນຳ ແຂວງຫົວພັນ ໄດ້ສຸມໃສ່ວຽກງານການແກ້ໄຂຄວາມທຸກຍາກ ໃຫ້ແກ່ປະຊາຊົນບັນດາເຜົ່າ ດ້ວຍຫລາຍຮູບແບບ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆມາ, ແຕ່ມາຮອດປັດຈຸບັນ ຍັງເຫັນວ່າ ອັດຕາມຄວາມທຸກຍາກຂອງປະຊາຊົນ ຍັງສູງສົມຄວນ ຢູ່ໃນລະດັບ 13,44% ຂອງຈຳນວນທັງໝົດ 6.836 ຄອບຄົວ, ຖ້າຫາກບໍ່ສືບຕໍ່ສຸມທຶນຮອນເຂົ້າໃສ່ຕື່ມອີກ ອາດຈະບໍ່ສຳເລັດຕາມເປົ້າໝາຍສະຫັດສະວັດ ໃນອະນາຄົດຢ່າງແນ່ນອນ.
ເມື່ອບໍ່ດົນມານີ້, ທ່ານ ຄຳວອນ ບຸນທະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງຫົວພັນ ໄດ້ຊີ້ໃຫ້ເຫັນບັນດາສາເຫດ ແມ່ນມາຈາກທາງດ້ານພື້ນຖານໂຄງລ່າງ, ຖະໜົນຫົນທາງ, ສະໜາມບິນ, ຕາຂ່າຍໄຟຟ້າ, ນ້ຳປະປາ ແລະ ອື່ນໆ ເຖິງວ່າລັດຖະບານ ຈະມີຄວາມພະຍາຍາມສູງ ໃນການລົງທຶນໃນຫລາຍປີ ຜ່ານມາ ແຕ່ຍັງບໍ່ທັນຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງແຂວງຫົວພັນ. ທັງນີ້, ເນື່ອງຈາກແຂວງຫົວພັນ ມີພູຜາ-ປ່າໄມ້ ສູງຊັນ ສະຫລັບຊັບຊ້ອນ ເຮັດໃຫ້ຂະບວນການພັດທະນາພົບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນ ການຂະຫຍາຍ ເສັ້ນທາງໄປສູ່ບ້ານປະຊາຊົນ ເຂດຫ່າງໄກສອກຫລີກ, ການຂະຫຍາຍເສັ້ນທາງໄປສູ່ ແຫລ່ງທ່ອງທ່ຽວ ແລະ ການຂະຫຍາຍຕາໜ່າງໄຟຟ້າ ໄປສູ່ທ້ອງຖິ່ນຕ່າງໆ ລ້ວນແຕ່ພົບຄວາມຫຍຸ້ງຍາກ ແລະ ນຳໃຊ້ງົບປະມານສູງ. ໃນຂະນະດຽວກັນ ບັນຫາຕະຫລາດຮອງຮັບ ຜະລິດຕະພັນກະສິກຳ ຫັດຖະກຳ ຍັງມີຂໍ້ຈຳກັດ ແລະ ບໍ່ທັນໝັ້ນທ່ຽງ, ການລົງທຶນພາຍໃນ ແລະ ຕ່າງປະເທດ ຍັງບໍ່ຫລາຍ ທັງບໍ່ມີປະສິດທິຜົນ, ປະກົດການຫຍໍ້ທໍ້ຈຳນວນໜຶ່ງ ຍັງມີທ່າອຽງເພີ່ມຂຶ້ນ ເຊັ່ນ: ການປູກຝິ່ນ-ການສູບຝິ່ນ, ການຄ້າຂາຍເຖື່ອນ ແລະ ການເຊື່ອຖືທີ່ບໍ່ຖືກຕ້ອງຍັງເກີດຂຶ້ນຕໍ່ເນື່ອງ.
ທ່ານ ຄຳວອນ ບຸນທະວົງ ກ່າວຕື່ມວ່າ: ປັດຈຸບັນ ແຂວງສາມາດສ້າງບ້ານວັດທະນະທຳໄດ້ 339 ບ້ານ,ຄອບຄົວວັດທະນະທຳ 40.200 ຄອບຄົວ ແລະ ມີແຫລ່ງທ່ອງທ່ຽວທັງ 152 ແຫ່ງ. ໃນນີ້, ມີແຫລ່ງທ່ອງທ່ຽວທຳມະຊາດ 15 ແຫ່ງ, ແຫລ່ງທ່ອງທ່ຽວວັດທະນະທຳ 26 ແລະ ແຫລ່ງທ່ອງທ່ຽວປະຫວັດສາດ 13 ແຫ່ງ. ບັນດາແຫລ່ງທ່ອງທ່ຽວທັງໝົດ ໄດ້ຮັບການພັດທະນາແລ້ວ ພຽງ 52 ແຫ່ງ, ຫລ້າສຸດ ໄດ້ມີການສະຫລອງ ແລະ ເປີດສະຖານທີ່ທ່ອງທ່ຽວ ປະຫວັດສາດແຫ່ງໃໝ່ ພູຜາຖີ່. ປີ 2017 ຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວ ແຂວງຫົວພັນປະມານ 50 ພັນກວ່າເທື່ອຄົນ. ປີ ຜ່ານມາ ລວມຍອດຜະລິດຕະພັນພາຍໃນ ບັນລຸ 2.380 ຕື້ກີບ, ປະຊາຊົນມີລາຍຮັບສະເລ່ຍ 8 ລ້ານກວ່າກີບຕໍ່ຄົນຕໍ່ປີ.
Editor: ຂ່າວສານປະເທດລາວ