ໃນຕອນເຊົ້າວັນທີ 22 ພຶດສະພາ 2018 ຜ່ານມານີ້, ຢູ່ໂຮງຮຽນແຫ່ງຕ່າງໆທົ່ວເມືອງເຊໂປນ ໄດ້ຈັດພິທີເປີດບັ້ນສອບເສັງນັກຮຽນຈົບຊັ້ນປະຖົມ ປໍ5 ສົກປີ 2017-2018 ຂື້ນຢ່າງເປັນທາງການ, ຢູ່ ສູນສອບເສັງປະຖົມອຸດົມສຸກ ເມືອງເຊໂປນ ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ພົມມີໄຊ, ຮອງເຈົ້າເມືອງເຊໂປນ, ທ່ານ ສີສຸກກີ ຍາດຕາວັນ, ຮອງຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ, ມີ ບັນດາທ່ານໃນຄະນະບ້ານອຸດົມສຸກ, ຄະນະຮັບຜິດຊອບການສອບເສັງຂັ້ນແຂວງ, ເມືອງ, ຄະນະກໍາມະການຍາມຫ້ອງສອບ ແລະນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພີທີກໍ່ໄດ້ຜ່ານກົດລະບຽບຂອງການສອບເສັງ ແລະ ຮັບຟັງການໂອ້ລົມຈາກທ່ານ ຄໍາຫລ້າ ພົມມີໄຊ ຊື່ງທ່ານໄດ້ຮຽກຮ້ອງມາຍັງນັກຮຽນທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ເອົາຄວາມຮູ້ທີ່ໄດ້ຮຽນມາຕັ້ງໃຈເຮັດຂໍ້ສອບຂອງຕົນໃຫ້ບັນລຸເປົ້າ ໝາຍທີ່ວາງໄວ້ ໃນພີທີກໍ່ໄດ້ຮ່ວມຕັດຫົວບົດເປີດການສອບເສັງຢ່າງເປັັນທາງການ, ຈາກນັ້ນ ທ່ານ ສີສຸກກີ ຍາດຕາວັນ ຮອງຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ຊື່ງໄດ້ລາຍງານຕໍ່ຜູ້ສື່ຂ່າວວ່າ: ສົກປີ2017-2018 ນີ້, ທົ່ວເມືອງເຊໂປນມີໂຮງຮຽນປະຖົມ 109 ແຫ່ງ ໃນນັ້ນ ໂຮງຮຽນປະຖົມສົມບູນ 85 ແຫ່ງ, ແບ່ງເປັນ13 ສູນສອບເສັງ ຄື: ສູນປະຖົມອຸດົມສຸກ, ສູນປະຖົມທ່າໂຂ່ງ, ສູນປະຖົມເມືອງຈັນ, ສູນປະຖົມດົງສະຫວັນ, ສູນປະຖົມຫ້ວຍສານ, ສູນປະຖົມແດນສະຫວັນ, ສູນປະຖົມລະໂກ, ສູນປະຖົມນາບໍ່, ສູນປະຖົມໂພນໄຮ, ສູນປະຖົມໂພໄຊ, ສູນປະຖົມລາດຫໍ້, ສູນປະຖົມກະດໍ ແລະ ສູນປະຖົມກະຕູບ.
ນັກຮຽນຊັ້ນປໍ 5 ຕົ້ນປີ ມີທັງໝົດ 982 ຄົນ, ຍີງ 475, ທ້າຍປີມີນັກຮຽນ 940 ຄົນ, ຍີງ 462, ມີໜ້າສອບເສັງຕົວຈິ່ງ 919 ຄົນ, ຍີງ 455 ຄົນ, ປະກອບມີ 3 ວີຊາຫລັກທີ່ສອບເສັງຄື: ວີຊາພາສາລາວ(ຫັດແຕ່ງ) ແລະພາກຂຽນທວາຍ, ວີຊາຄະນິດສາດ, ວີຊາໂລກອອ້ມຕົວ ກໍານົດການສອບເສັງ 2ວັນ ເລີ່ມແຕ່ວັນທີ 22-23 ພຶດສະພາຈຶ່ງສໍາເລັດ, ຄາດວ່າການສອບເສັງໃນປີນີ້ຈະໃຫ້ໄດ້100%
Editor: ຕະວັນ ແສງສະຫວັນ