ໃນອາທິດຜ່ານມານີ້ ຢູ່ທີ່ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ 4 ຂອງໜ່ວຍຊາວໜຸ່ມຫ້ອງວ່າການ ແລະ ກອງປະຊຸມໃຫ່ຍຄັ້ງທີ 8 ຂອງໜວ່ຍກໍາມະບານ 5 ເປັນເຈົ້າ ຂອງໜ່ວຍຫ້ອງວ່າການປົກຄອງເມືອງ ໂດຍການເປັນປະທານຂອງທ່ານ ຫຸມແພງ ແກ້ວວິຈິດ ຮອງເຈົ້າເມືອງໆໂພນໄຊ, ມີຫົວໜ້າຫ້ອງວ່າການປົກຄອງເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ປະທານສະຫະພັນກໍາມະບານເມືອງ, ເລຂາ ໜ່ວຍຊາວໜຸ່ມ, ປະທານໜ່ວຍກໍາມະບານ ຫ້ອງວ່າການ, ເລຂາ, ຮອງເລຂາ, ປະທານ, ຮອງປະທານ ຂອງແຕ່ລະໜ່ວຍອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ຄຶຕົ່ງ ເຊັງວ່າງ ໄດ້ຜ່ານບົດງານການເມືອງທັງສອງພາກ ໃນການຊີ້ນໍາ-ນໍາພາໃນໄລຍະ 5 ປີ ຜ່ານມາ ໜ່ວຍຊາວໜຸ່ມຫ້ອງວ່າການປົກຄອງເມືອງ ປະກອບມີ ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທັງໜົດ 25 ທ່ານ, ຍິງ 10 ທ່ານ. ມີສະມາຊິກຊາວໜຸ່ມເຂົ້າເປັນສະມາຊິກພັກ 17 ທ່ານ, ເຂົ້າສະມາຊິກແມ່ຍິງ 10 ທ່ານ, ເຂົ້າສະມາຊິກກໍາມະບານ 25 ທ່ານ, ຍິງ 10 ທ່ານ, ຄະນະໜ່ວຍກໍ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກໃນພັດທະນາວຽກງານຊາວໜຸ່ມ ກໍ່ຄື ການພັດທະນາເສດຖະກິດ-ສັງຄົມຂອງເມືອງດ້ວຍການນໍາເອົາແນວທາງນະໂຍບາຍ ມະຕິ, ຄໍາສັ່ງຂອງພັກ-ລະບຽບກົດໜາຍຂອງລັດ ແລະ ນິຕິກໍາຕ່າງໆມາເຊື່ອມຊຶມໃຫ້ແກ່ສະມາຊິກຊາວໜຸ່ມ ແລະ ສະມາຊິກກໍາມະບານ ລວມທັງໜົດ 500 ກວ່າຄັ້ງ ມີຜູ້ເຂົ້າຮ່ວມ 1.200 ກວ່າເທື່ອຄົນ ໜ່ວຍຊາວໜຸ່ມ ແລະ ໜ່ວຍກໍາມະບານ ສາມາດຕີລາຄາຈັດປະເພດໃນແຕ່ລະດ້ານມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ ແລະ ແບບແຜນວິທີເຮັດວຽກ ປະຕິບັດຕາມຂໍ້ແຂ່ງຂັນຂອງຊາວໜຸ່ມ 4 ບຸກ ຂອງແຕ່ລະປີ ໜ່ວຍສາມາດເປັນໜ່ວຍຊາວໜຸ່ມເຂັ້ມແຂງ 4 ບຸກ ແລະ ໄດ້ຈັດປະເພດແຂງມີ 25 ທ່ານ, ກວມເອົາຮ້ອຍສ່ວນຮ້ອຍ ແລະ ໜ່ວຍກາໍມະບານກໍ່ສາມາດປະຕິບັດຕາມຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະກໍາມະບານ ໄດ້ຮ້ອຍສ່ວນຮ້ອຍ.
ໂອກາດດັ່ງກ່າວ ຍັງໄດ້ມອບຮັບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານໃນໄລຍະຜ່ານມາ ໃຫ້ແກ່ສະມາຊິກຊາວໜຸ່ມ ແລະ ສະມາຊິກກໍາມະບານ ມອບໂດຍຄະນະບໍລິຫານງານຊາວໜຸ່ມເມືອງ ແລະ ປະທານສະຫະພັນກໍາມະບານ ພ້ອມກັນນັ້ນ ຍັງໄດ້ມອບນາມມະຍົດຂອງໜ່ວຍຊາວໜຸ່ມ ແລະ ໜ່ວຍກໍາມະບານ 5 ເປັນເຈົ້າ ໂດຍເປັນກຽດມອບຂອງທ່ານ ຫຸມແພງ ແກ້ວວິຈິດ ຮອງເຈົ້າເມືອງໆໂພນໄຊ
Editor: ນັກຂ່າວເມືອງໂພນໄຊ