ໃນວັນທີ 23 ພຶດສະພາ 2018 ນີ້; ຢູ່ທີ່ສະໂມສອນຂອງເມືອງ ອາດສະພັງທອງ ແຂວງສະຫວັນະເຂດ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າ ຄັ້ງທີ III ສະໄໝທີ I ໂດຍການເຂົ້າຮ່ວມຂອງທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງ ອາດສະພັງທອງ, ທ່ານ ຮົດ ໄຊຍະພົງ ນັກຮົບແຂ່ງຂັນ ປະທານສະຫະພັນນັກຮົບເກົ່າເມືອງອາດສະພັງທອງ, ມີກໍາມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດສະມາຊິກນັກຮົບເກົ່າໃນທົ່ວເມືອງ ເຂົ້າຮ່ວມ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານການຕີລາຄາໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ເຫັນວ່າມີຫຼາຍຜົນງານທີ່ໂດດເດັ່ນເປັນຕົ້ນກໍ່ແມ່ນວຽກງານໂຄສະນາອົບຮົມ ເຊິ່ງສະແດງອອກໃນການລົງເຜີຍແຜ່ເອກະສານຕ່າງໆຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ນັກຮົບແຂວງ ເປັນຕົ້ນແມ່ນ ມະຕິ 68-69 ຂອງກົມການເມືອງສູນກາງພັກ, ກົດລະບຽບຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບົດປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 15 ປີ ຢູ່ຂັ້ນເມືອງ ແລະ ຂັ້ນຮາກຖານໃນທົ່ວເມືອງ, ຈໍາໜ່າຍການັກຮົບເກົ່າ, ເສື້ອນັກຮົບເກົ່າ ຄົບຮອບ 15 ປີ ໄດ້ 75 ໂຕ, ເຜີຍແຜ່ເອກະສານ 3 ດີ 6 ຮັກສາ ຂອງສະມາຊິກນັກຮົບເກົ່າແຫ່ງຊາດລາວຢູ່ຂັ້ນຮາກຖານ, ຮັບໃບຍ້ອງຍໍຂອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ 8 ສະຫາຍ, ໄດ້ຮັບໃບຍ້ອງຍໍຂອງປະທານສະຫະພັນນັກຮົບເກົ່າແຂວງ ໄດ້ 35 ສະຫາຍ, ໄດ້ຮັບບັດສະມາຊິກນັກຮົບເກົ່າໄດ້ 49 ສະຫາຍ ແລະ ມອບຫຼຽນກຽດຕິຄຸນ ຂອງກອງທັບປະຊາຊົນລາວໃຫ້ແກ່ອະດີດນາຍທະຫານກອງ ທັບປະຊາຊົນລາວ ທີ່ພັກຜ່ອນຮັບບໍານານ ແລະ ຍັງປະຈໍາການ ມີຈໍານວນ 9 ສະຫາຍ ພ້ອມທັງໄດ້ຮັບຟັງການວາງທິດທາງແຜນການໃນຊຸມປີຕໍ່ໜ້າ.
ພ້ອມດຽວກັນນີ້ ໃນກອງປະຊຸມກໍ່ຍັງໄດ້ເຜີ່ຍແຜ່ເອກະສານຄໍາສັ່ງແນະນໍາຂອງປະທານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫ່ຍຄັ້ງທີ IV ຂອງສະຫະພັນນັກຮົບເກົ່າ 4 ຂັ້ນໃນທົ່ວປະເທດຕື່ມອີກດ້ວຍ.
Editor: ນັກຂ່າວເມືອງອາດສະພັງທອງ