ໃນທ້າຍອາທິດທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງວຽງທອງ ແຂວງບລິຄຳໄຊ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານອອກໃບຕາດີນ ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ທ່ານ ວົງສີ ທອງສີອິນທິປັນຍາ ເລຂາພັກເມືອງ, ເຈົ້າເມືອງວຽງທອງ, ພ້ອມດ້ວຍຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ, ຄະນະຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງເຂົ້າຮ່ວມ.
ທ່ານ ມະນີວອນ ສີພະໄຊ ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ ໄດ້ຜ່ານບົດສະຫຼຸບຫຍໍ້ ການເຄື່ອນໄຫວວຽກງານຮອບດ້ານຂອງຫ້ອງການໃນປີ 2017. ຜ່ານມາໄດ້ສຳຫຼວດວັດແທກອອກໃບແຈ້ງ ຈຳນວນ 792 ຕອນ, ລົງຈັດຕັ້ງໄດ້ 41 ບ້ານ, ມີ 824 ຕອນ, ເທົ່າກັບ 104,04% ພິສຸດຫຼັກຖານອອກໃບຕາດີນແບບເປັນລະບົບ ໃນປີ 2017 ຈໍານວນ 232 ຕອນ ລົງປະຕິບັດໄດ້ຢູ່ 2 ບ້ານໄດ້ 232 ຕອນ ເທົ່າກັບ 100% ໃນປີ 2018 ລົງອອກໃບຕາດີນຢູ່ບ້ານວັງຫີນ ໄດ້ແລ້ວ 147 ຕອນເທົ່າກັບ 31,41% , ມີດີນປຸກສ້າງ 138 ຕອນ ເນື້ອທີ 15,842 ເຮັກຕ່າ, ດີນກະສິກໍາ 9 ຕອນ ເນື້ອທີ 6,522 ເຮັກຕ່າ ອອກໃບແຈ້ງໄດ້144 ຕອນ ເທົ່າກັບ17,58% ແລະ ໄດ້ສໍາຫຼວດດີນປູກໜໍ່ໄມ້ຂອງໂຄງການກໍ່ສ້າງໄຟຟ້ານໍ້າເທີນ 1 ໄດ້ 4,851,17 ເຮັກຕ່າ.
ຈາກນັ້ນ ທ່ານ ແກ້ວວົງເດືອນ ພັນທະນູສິມ ຮອງຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສີ່ງແວດລ້ອມແຂວງ, ຫົວໜ້າກອງເລຂາເຂື່ອນໄຟຟ້ານໍ້າເທີນ 1 ໄດ້ລາຍງານສະພາບລວມໆຂອງໂຄງການ ແລະ ປະຊາຊົນ 7 ບ້ານ ທີ່ຖືກຜົນກະທົບ.
ກອງປະຊຸມໄດ້ຜັດປຽນປະກອບຄຳຄິດເຫັນ. ຕອນທ້າຍກອງປະຊຸມໄດ້ຟັງການໂອ້ລົມຂອງ ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຊຶ່ງທ່ານ ໄດ້ຍົກໃຫ້ເຫັນວຽກງານອອກໃບຕາດີນ ແລະ ການຈັດສັນບ້ານໃຫ້ 7 ບ້ານ ທີ່ຖືກຜົນກະທົບຈາກເຂື່ອນໄຟຟ້າເທີນ 1 ໃຫ້ໄປຕາມຄວາມເໝາະສົມ ແລະ ເປັນທໍາ.
Editor: ຕະວັນ ແສງສະຫວັນ