ໃນວັນທີ 18 ພຶດສະພາ 2018 ນີ້ ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ ບໍ່ແກ້ວ ໄດ້ມີການເຜີຍແຜ່ກົດໝາຍກໍາລັງ-ກົດລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ. ໂດຍການເປັນປະທານຂອງທ່ານ ພັນໂທ ສະຫວາດ ວັນນະສິນ ຄະນະພັກຮອງກອງບັນຊາການ ປກສ ແຂວງບໍ່ແກ້ວ, ມີຄະນະພັກຄະນະບັນຊາ ປກສ ແຂວງ, ປກສ ເມືອງ 5 ເມືອງ 1 ເຂດ ພ້ວມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ພັນໂທ ສະຫວາດ ວັນນະສິນ ກໍ່ໄດ້ໃຫ້ກຽດຜ່ານບົດ ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ຈຸດປະສົງລະດັບຄາດໝາຍ: ເພື່ອຄຸ້ມຄອງການເຄື່ອນໄຫວຂອງນາຍ ແລະ ພົນຕໍາຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ, ເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ເຂັ້ມແຂງທາງດ້ານລະບຽບວິໄນ, ເປັນກໍາລັງປ້ອງກັນຄວາມສະຫງົບປະຕິວັດ ມີແບບແຜນ ແລະ ທັນສະໄໝ, ຮັບປະກັນໃຫ້ທຸກການເຄື່ອນໄຫວ ຖືກຕ້ອງຕາມລະບຽບກົດໝາຍ, ມີຄວາມເປັນທໍາ ເປັນກໍາລັງປະກອບອາວຸດທີ່ປະຊາຊົນໄວ້ເນື້ອເຊື່ອໃຈ ແລະ ສ້າງໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າທາງດ້ານລະບຽບວິໄນ.
ລະບຽບການດໍາເນີນຊີວິດການເມືອງ ແມ່ນຫຼັກການ ແລະ ທັງເປັນລະບອບທີ່ຂາດບໍ່ໄດ້ ແນໃສ່ເສີມຂະຫຍາຍຈຸດດີ ແລະ ຕັ້ງໜ້າ, ຈໍາກັດແກ້ໄຂຈຸດອ່ອນທີ່ຄົງຄ້າງ ແມ່ນຊ່ວຍເຫຼືອກໍ່ສ້າງເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ ດັ່ງນັ້ນ ນາຍ ແລະ ພົນຕໍາຫຼວດ ແຕ່ລະກົມກອງເຫຼົ່າລົບວິຊາສະເພາະ ຕ້ອງຈັດຕັ້ງປະຕິບັດຄື: ຮ່ວມຊີວິດການເມືອງປະຈໍາອາທິດ ແລະ ປະຈໍາເດືອນ. ແລະ ກໍ່ຍັງມີລະບຽບການຕ່າງໆ ທີ່ຕ້ອງພ້ອມປະຕິບັດ ເຊັ່ນ: ລະບຽບການເຂົ້າການ-ເລີກການ, ລະບຽບການນຸ່ງຖື, ລະບຽບການຮັກສາຄວາມລັບຂອງກໍາລັງ. ດັ່ງນັ້ນ ຕ້ອງປະຕິບັດຕາມລະບຽບແບບແຜນທີ່ໄດ້ວາງອອກມາຢ່າງເຂັ້ມງວດ.
Editor: ຕະວັນ ແສງສະຫວັນ