ໂດຍເຫັນໄດ້ ຄວາມໝາຍຄວາມສຳ¬ຄັນຂອງຕົ້ນ¬ໄມ້ ແລະ ປ່າ¬ໄມ້ ຕໍ່ກັບການດຳ¬ລົງຊີ¬ວິດປະ¬ຈຳວັນ ຂອງມວນມະ¬ນຸດ, ທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນິເຈີລາວ ໄດ້ໃຫ້ສໍາພາດກັບນັກຂ່າວພວກເຮົາວ່າ: ເນື່ອງໃນໂອກາດວັນທີ 1 ມິຖຸນາ 2018 ນີ້ ຊຶ່ງເປັນວັນປູກຕົ້ນໄມ້ແຫ່ງຊາດ ໃນນາມສ່ວນຕົວ ຕົນເອງກໍ່ຈະໄດ້ມີການເຂົ້າຮ່ວມກິດຈະກຳປູກໄມ້ໃນວັນດັ່ງກ່າວເຊັນກັນ. ຊຶ່ງຄືດັ່ງທີ່ພວກເຮົາຮູ້ແລ້ວວ່າ ປ່າໄມ້ ແມ່ນຊັບພະຍາກອນທໍາມະຊາດອັນລໍ້າຄ່າ, ຊຶ່ງເປັນມໍລະດົກຕົກທອດຈາກບັນພະບູລຸດຂອງພວກເຮົາ, ປ່າໄມ້ເປັນເຫງົ້າພະລັງຂອງລະບົບນິເວດທຳມະຊາດ ແລະ ມີບົດບາດສຳຄັນທີ່ສຸດ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍທາງກົງ ແລະ ທາງອ້ອມ, ຕໍ່ການປົກປັກຮັກສາດິນ, ແຫລ່ງນໍ້າ ແລະ ສິ່ງທີ່ຊີວິດນາໆພັນ ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ, ລວມໄປເຖິງຕໍ່ການປ້ອງກັນການປ່ຽນແປງດິນຟ້າອາກາດ.
ພ້ອມດຽວກັນນັ້ນ, ປ່າໄມ້ ຍັງປະກອບສ່ວນຢ່າງໃຫຍ່ຫລວງ ຕໍ່ການພັດທະນາຊີວິດການເປັນຢູ່ ຂອງປະຊາຊົນໃນຊົນນະບົດ ຊຶ່ງບໍ່ພຽງແຕ່ນຳໃຊ້ໄມ້ ເພື່ອປຸກສ້າງເຮືອນຊານ, ວັດຖຸເຟີນິເຈີເທົ່ານັ້ນ ແຕ່ຍັງອາໃສປ່າໄມ້ເປັນແຫລ່ງທຳມາຫກິນ ເປັນແຫລ່ງຊອກຫາຢາພື້ນເມືອງ ແລະ ເຄື່ອງປ່າຂອງດົງ ເພື່ອສ້າງລາຍຮັບໃຫ້ຄອບຄົວ ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກ ເທ່ອລະກ້າວໆ.
ສະນັ້ນ, ໂອກາດນີ້ ຈຶ່ງຂໍເຊີນຊວນມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ ຈົ່ງສ້າງຂະບວນການປູກໄມ້ ຢູ່ແຕ່ລະທ້ອງຖິ່ນຂອງຕົນ ເພື່ອເປັນການປູກຈິດສຳນຶກ ໃຫ້ແກ່ເຍົາວະຊົນ ເຫັນໄດ້ຄວາມສຳຄັນຂອງປ່າໄມ້ ລວມເຖິງການປົກປັກຮັກສາປ່າໄມ້ໄວ້ໃຫ້ຍືນຍົງຕະຫລາດໄປ.
Editor: ຕະວັນ ແສງສະຫວັນ