ຕອນເຊົ້າຂອງວັນທີ 22 ພຶດສະພາ 2018 ນີ້ຢູ່ທີ່ຫ້ອງການ ບ້ານແສນຈະເລີນ ທີ່ຂື້ນກັບກຸ່ມບ້ານແສນຈະເລີນ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ລົງເປີດບັ້ນທົດລອງ ປັບປຸງການຈັດຕັ້ງອຳນາດການປົກຄອງບ້ານແສນຈະເລີນ ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ສະໜານ ວິເສດຍະພົງ ເລຂາພັກເມືອງ ເຈົ້າເມືອງ ເມືອງຊະນະຄາມ, ແຂວງວຽງຈັນ ມີທ່ານ ປະເສີດ ວັນສີ ຮອງເລຂາພັກເມືອງ ປະທານແນວລາວສ້າງເມືອງຊະນະຄາມ ທັງເປັນສະມາຊິກສາພາປະຊາຊົນແຂວງວຽງຈັນ. ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ ຫົວໜ້າຫ້ອງການອ້ອມຂ້າງເມືອງ, ຮອງຫົວໜ້າຫ້ອງການ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານກໍ່ເປັນກຽດເຂົ້າຮ່ອມຈຳນວນຫຼວງຫຼາຍ.
ໃນການເປີດບັ້ນທົດລອງດັ່ງກ່າວ ກໍ່ໄດ້ນໍາພາ ອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນເຊື່ອມຊືມເອກະສານ ປະເທດລາວຄົນລາວເປັນເຈົ້າຂອງ, ເອກະສານຍົກສູງສະຕິລະໂຕ ການຫັນປ່ຽນໂດຍສັນຕິຂອງສັດຕູ,ພາຍຫຼັງເຊື່ອມຊືມເອກະສານສຳເລັດແລ້ວ ນາຍບ້ານບ້ານແສນຈະເລີນ ໄດ້ຜ່ານແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານເປັນຕົ້ນແມ່ນ ສະພາບລວມ ແລະ ຈຸດພິເສດຂອງບ້ານ ບ້ານແສນຈະເລີນ ປະກອບມີ 8 ໜ່ວຍສາມັກຄີ ມີ 138 ຫຼັງຄາເຮືອນ ມີ 137 ຄອບຄົວ ມີພົນລະເມືອງທັງໜົດ 679 ຄົນ,ຍິງ 347 ຄົນ ໃນນັ້ນ ມີເຜົ່າລາວ 652ຄົນຍິງ 336 ຄົນ ກຶມມຸ 2 ຄົນ, ຍິງ 1 ເຜົ່າມົ້ງ 25 ຄົນ, ຍິງ 10 ຄົນ, ມີອາຊີບຕົ້ນຕໍປູກຝັງ, ລ້ຽງສັດ, ຄ້າຂາຍ, ມີລົດໄຖນາເດີນຕາມ 130 ຄັນ ແລະ ພາຍໃນບ້ານມີ ສະມາຊິກພັກ 9 ສະຫາຍ.
ໃນການລົງທົດລອງໃນຄັ້ງນີ້ ແມ່ນໄດ້ລົງເກັບກຳຂໍ້ມູນ ບັນຫາທີ່ພົ້ນເດັ່ນ ປະກົດການຫຍໍ່ທໍ້ທີ່ເກີດຂື້ນຢູ່ພາຍໃນບ້ານ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ແລະ ປັບປຸງໃນຕໍ່ໜ້າ ນອກຈາກນີ້ ຍັງໄດ້ມີການທາບທາມບຸກຄະລາກອນ ເປົ້າໝາຍທີ່ຈະໄດ້ຄັດເລືອກເປັນການນຳຂອງບ້ານ ແລະ ບັນດາໜ່ວຍງານຕ່າງໆຂອງບ້ານ ເປັນຕົ້ນແມ່ນ ໜ່ວຍງານ ປກສ - ກອງຫຼອນ, ຊາວໜຸ່ມ, ແມ່ຍິງ, ແນວລາວສ້າງຊາດ ຂັ້ນບ້ານ ເພື່ອກະກຽມ ຮັບໃຊ້ກອງປະຊຸມໃຫຍ່ 3 ຂັ້ນທີ່ຈະມາເຖິງໃນອີກບໍ່ດົນນີ້.
Editor: ນັກຂ່າວເມືອງຊະນະຄາມ