ໃນພິທີຖະແຫລງຂ່າວ ວັນທີ 22 ພຶດສະພາ 2018 ຜ່ານມາ ຢູ່ທີ່ກະຊວງກະສິກຳ ແລະ ປ່າໄມ້ ເນື່ອງໃນໂອກາດ ວັນປູກໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2018 ທີ່ຈະມາເຖິງນີ້, ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮຽກຮ້ອງ ມາຍັງປວງຊົນລາວທັງຊາດ ຈົ່ງເຊີດຊູສະຕິຮັກຊາດ ແລະ ຫວງແຫນປ່າໄມ້, ປະກອບສ່ວນຕາມເງື່ອນໄຂ ຄວາມສາມາດ ເຂົ້າໃນການປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງປົກປັກຮັກສາປ່າໄມ້ ອັນເປັນມໍລະດົກຂອງຊາດ ໃຫ້ນັບມື້ນັບອຸດົມສົມບູນ.
ໂອກາດນີ້, ທາງລາຍການເມືອງລາວວັນນີ້ ມີບົດຖະແຫລງຂ່າວບາງຕອນຂອງ ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ມາໃຫ້ທ່ານຮັບຊົມ.
ປ່ອຍສຽງຖະແຫລງ
Editor: ຕະວັນ ແສງສະຫວັນ