ໜ່ວຍຊາວໝຸ່ມຮາກຖານ ກຸ່ມພັກ-ພະນັກງານ ເມືອງໂພນທອງ ແຂວງຫລວງພະບາງ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ II ຂື້ນໃນວັນທີ 18 ພຶດສະພານີ້ ຢູ່ຫ້ອງປະຊຸມ ວັດທະນະທຳ-ສັງຄົມເມືອງ ໂດຍເປັນປະທານຂອງ ສະຫາຍ ທອງບານ ໄຊຍະທິ ເລຂາຄະນະບໍລິຫານງານຊາວໝຸ່ມເມືອງ, ສະຫາຍ ຝົງລໍ ດົວປໍ ເລຂາໜ່ວຍພັກພາຍໃນເມືອງ, ສະຫາຍ ນາງ ບັນດິດ ຄໍາພານຸວົງ ປະທານໜ່ວຍຊາວໝຸ່ມຮາກຖານກຸ່ມພັກ-ພະນັກງານ, ມີແຂກຮັບເຊີນຈາກອົງການຈັດຕັ້ງມະຫາຊົນ ອ້ອມຂ້າງຂອງເມືອງ, ສະມາຊິກຊາວໝຸ່ມພາຍໃນໜ່ວຍຮາກຖານເຂົ້າຮ່ວມທັງໝົດ 45 ສະຫາຍ, ຍີງ 16 ສະຫາຍ.
ສະຫາຍ ນາງ ບັນດິດ ຄໍາພານຸວົງ ໄດ້ຂື້ນຜ່ານບົດສະຫຼູບ ການເຄື່ອນໄຫວໃນໄລຍະ 5 ປີ ຜ່ານມາ, ຊາວໝຸ່ມຮາກຖານກຸ່ມພັກ-ພະນັກງານ ປະກອບມີ ສະມາຊິກຊາວໝຸ່ມ ທັງໝົດ 33 ສະຫາຍ, ຍີງ 14 ສະຫາຍ,ປະກອບມີ 4 ຫ້ອງການຂຶ້ນກັບ ເປັນຕົ້ນ : ຫ້ອງການພາຍໃນ, ຄະນະຈັດຕັ້ງເມືອງ, ຄະນະກວດກາພັກ-ລັດເມືອງ,ຄະນະໂຄສະນາ-ອົບຮົມເມືອງ, ໄດ້ນຳພາສະມາຊິກຊາວໝຸ່ມ ເຂົ້າຮ່ວມສ້າງຂະບວນການໃນຫຼາຍດ້ານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍຂັ້ນຕ່າງໆ ແລະ ຂະບວນການກໍ່ສ້າງໝ່ວຍພັກແຂງ-ຮູ້ນຳພາຮອບດ້ານ ຢ່າງມີຂະບວນການຟົດຟື້ນ, ເຮັດໃຫ້ສະມາຊິກຊາວໝຸ່ມໄດ້ຮັບໃບຍ້ອງຍໍ ຈາກຄະນະບໍລິຫານຊາວໝຸ່ມແຂວງຈຳນວນ 33 ສະຫາຍ, ຍີງ 14 ສະຫາຍ, ໄດ້ຮັບໃບຍ້ອງຍໍຈາກເລຂາຄະນະບໍລິຫານງານຊາວໝຸ່ມເມືອງ 33 ສະຫາຍ. ໃນກອງປະຊຸມຍັງໄດ້ຜ່ານຂໍຕົກລົງຂອງທ່ານເຈົ້າເມືອງ-ເມືອງໂພນທອງ ວ່າດ້ວຍການແຍກໜ່ວຍຊາວໝຸ່ມຮາກຖານກຸ່ມພັກ-ພະນັກງານ ອອກເປັນອີກໜຶ່ງໜ່ວຍຊາວໝຸ່ມຮາກຖານພາຍໃນ, ຈາກນັ້ນ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະຊຸດໃໝ່ຂອງໜ່ວຍກຸ່ມພັກ-ພະນັກງານ ມີຜູ້ສະໜັກ 5 ສະຫາຍ ເລືອກເອົາ 3 ສະຫາຍ, ໂດຍເລືອກເອົາ ສະຫາຍ ຄໍາຜຸຍ ສຸລິໄຕ ເປັນເລຂາ, ສະຫາຍ ຄໍາມວນ ເຊັ່ງກະດົ່ວທ່າວ ເປັນຮອງ, ສະຫາຍ ນາງ ບຸນທັນ ໄຊຍະສອນ ເປັນຄະນະ. ແລະ ໜ່ວຍຫ້ອງການພາຍໃນ ໄດ້ປ່ອນບັດຄັດເລືອກໄດ້ຄະນະຊຸດໃຫ່ມ ມີຜູ້ສະ ໜັກ 5 ສະຫາຍ ເລືອກເອົາ 3 ສະຫາຍ, ເລືອກໄດ້ ສະຫາຍ ອຸ່ນຄໍາ ຄູນປະເສີດ ເປັນເລຂາ, ສະຫາຍ ນາງ ພິມມະສອນ ພົມສີ ເປັນຮອງ, ສະຫາຍ ບຸນຍັງ ທໍ່ ເປັນຄະນະ.
ຕອນທ້າຍ ສະຫາຍ ທອງບານ ໄຊຍະທິ ໄດ້ເນັ້ນໜັກ ໃຫ້ຄະນະຊຸດໃໝ່ ທັງສອງໜ່ວຍ ເອົາໃຈໃສ່ສຶບຕໍ່ສຶກສາອົບຮົມການເມືອງແນວຄິດ, ໂດຍຖືເອົາການຮ່ວມຊີວິດການເມືອງໃນແຕ່ລະເດືອນ, ເພື່ອເປັນການສ່ອງແສງກໍ່ສ້າງ ເຊີ່ງກັນ ແລະກັນ, ເອົາໃຈໃສ່ໃນການປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໝຸ່ມປະຊາຊົນປະຕິວັດລາວ ໃຫ້ປະກົດຜົນເປັນຈີງ, ເອົາໃຈໃສ່ປັບປຸງແບບແຜນວິທີນຳພາ ເພື່ອສະດວນໃນການຈັດຕັ້ງປະຕິບັດ, ເຕົ້າໂຮມຄວາມສາມັກຄີຂອງສະມາຊິກໃຫ້ເປັນປຶກແຜນ, ປຸກລະດົມສະມາຊິກ ເຂົ້າຮ່ວມກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນໃຫ້ໄດ້ 100% .
Editor: ນັກຂ່າວເມືອງຫມື່ນ