ໃນທ້າຍອາທິດຜ່ານມານີ້ ຢູ່ບ້ານໂພນທອງ ກຸ່ມພັດທະນາໂພນທອງ ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຈັດຂະບວນການປາບປາມຕັກກະແຕນຝູງໄມ້ປ່ອງ ໂດຍການເຂົ້າຮ່ວມ ຂອງທ່ານ ສົມຈິດ ລັດຕະນະ ຫົວໜ້າຫ້ອງວ່າການປົກຄອງເມືອງ, ທ່ານ ຄໍາພຸດ ແກ້ວບຸນມາ ຫົວໜ້າຫ້ອງການກະສີກໍາ ແລະ ປ່າໄມ້ເມືອງ, ມີທີມງານຈາກເມືອງ ພໍ່ແມ່ປະຊາຊົນທັງສອງບ້ານ ຄື: ບ້ານໂພນທອງ ແລະ ບ້ານນາງີ້ວ ເຂົ້າຮ່ວມ.
ທ່ານ ມຶດ ຫົວໜ້າສະຖານີເຕັກນິກກະສີກໍາໂພນທອງ ໄດ້ລາຍງານສະພາບການລະບາດຂອງຕັກກະແຕນຢູ່ກຸ່ມໂພນທອງ, ຊຶ່ງ ຕັກກະແຕນ ທີ່ທໍາລາຍການຜະລິດຂອງປະຊາຊົນມີ 6 ບ້ານ 12 ຈຸດ ເນື້ອທີ່ 98 ເຮັກຕາ ຄື: ບ້ານວຽງຈະເລີນ 1 ຈຸດ ເນື້ອທີ່ 10 ເຮັກຕາ, ບ້ານໂພນທອງ 1 ຈຸດ ມີເນື້ອທີ່ 8 ເຮັກຕາ, ບ້ານວັງຂອນ 1 ຈຸດ ເນື້ອທີ່ 15 ເຮັກຕາ, ບ້ານນາງີ້ວ 4 ຈຸດ ເນື້ອທີ່ 24 ເຮັກຕາ, ບ້ານກີ່ວໄລ່ 1 ຈຸດ ເນື້ອທີ່ 23 ເຮັກຕາ ແລະ ບ້ານບວກຄໍາ 4 ຈຸດ ເນື້ອທີ່ 23 ເຮັກຕາ ຖ້າທຽບໃສ່ປີ 2017 ເຫັນໄດ້ວ່າ ການລະບາດຂອງຕັກກະແຕນໄດ້ເພີ່ມຂຶ້ນ 2 ເຮັກຕາ. .
ພ້ອມກັນນັ້ນ ທ່ານ ສົມຈິດ ລັດຕະນະ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ຂອບເຂດບໍລິເວນບ່ອນທໍາການຜະລິດ ທີ່ໄດ້ໃສ່ຢາຂ້າຕັກກະແຕນ ສະກັດກັ້ນບໍ່ໃຫ້ມັນລະບາດເປັນມູມກ້ວາງ ຫ້າມບໍ່ໃຫ້ປະຊາຊົນໄປຊອກທໍາມາຫາກິນຢູ່ບໍລິເວນທີ່ໄດ້ໃສ່ຢາຂ້າຕັກກະແຕນ ເພາະມັນຈະສົ່ງຜົນກະທົບຕໍ່ຊິວິດໄດ້.
Editor: ນັກຂ່າວເມືອງໂພນໄຊ