ກອງພັນນ້ອຍ ສີຫນຶ່ງສາມ 413 ໄດ້ສຳເລັດການຫັດແອບ ພາກຍຸດທະວິທີ ຍິງລູກປືນແທ້ ໃນພາກສະ ໜາມ ໃຫ້ແກ່ພະນັກງານນັກຮົບທົ່ວກອງພັນ ຢູ່ທີສະໜາມຍິງລູກປື່ນແທ້ ຂອບເຂດຜາຕ່ອງລົມ ບ້ານນໍ້າມ້າດາວ ກຸ່ມບ້ານຈີມ ເມືອງພູຄູນ ແຂວງຫລວງພະບາງ ໃນທ້າຍອາທິດຜ່ານມານີ້. ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 17 ວັນ. ໂດຍການເຂົ້າຮ່ວມຂອງທ່ານ ພັນໂທ ທອງສຸກ ທໍາມະວົງ ຫົວໜ້າການເມືອງ ກອງພັນນ້ອຍ ສີ່ຫນຶ່ງສາມ 413, ທ່ານ ທອງຈັນ ແພງຈັນທີ ຮອງເຈົ້າເມືອງພູຄູນ, ມີແຂກທີ່ຖືກເຊີນຈາກຂະແໜງການອອ້ມຂ້າງເມືອງ, ນາຍ ແລະ ພົນທະຫານຈາກກອງຮ້ອຍທີ່ຂຶ້ນກັບ ແລະ ໝວດສຳນັກງານເຂົ້າຮ່ວມ.
ທ່ານ ພັນຕີ ສົມຈັນ ແສນສະຫວັນ ຮອງຫົວໜ້າການທະຫານ ໄດ້ລາຍງານໃຫ້ຮູ້ວ່າ: ການອົບຮົມການເມືອງ, ການທະຫານ ແລະ ພະລາທິການ ປະຈຳປີ 2018 ໃຫ້ແກ່ພະນັກງານນັກຮົບທົ່ວກອງພັນ ມີຜູ້ເຂົ້າຮ່ວມການຝຶກອົບຮົມມາຈາກໝວດສຳນັກງານ ແລະ ກອງຮ້ອຍທີ່ຂຶ້ນກັບ ເຊິ່ງການຮໍ່າຮຽນໃນຄັ້ງນີ້ ແມ່ນມີຈຳນວນພົນເຂົ້າຮຽນທັງໝົດ 128 ສະຫາຍ, ຍິງ 2 ສະຫາຍ ປະກອບມີ 6 ວິຊາຮຽນ ຄື: ວິຊາການເມືອງ, ວິຊາລະບຽບ, ກິລາ, ສີລະປະຍຸດ, ພາລາທິການ ແລະ ຍິງລູກປືນແທ້ ໃນນັ້ນ ໄດ້ສຳເລັດການອົບຮົມ ພາກການເມືອງ, ພະລາທິການ ແລະ ເຕັກນິກການແພດ ຜ່ານການລົງສະໜາມຍິງລູກປືນແທ້ ສາມາດຈັດປະເພດເກັ່ງໄດ້ 35 ສະຫາຍ, ຍິງ 2 ສະຫາຍ, ປະເພດກາງ 25 ສະຫາຍ ແລະ ປະເພດໄດ້ຕາມຄາດໝາຍ 68 ສະຫາຍ.
ທັງນີ້ ກໍ່ເພື່ອແນ່ໃສ່ເຮັດໃຫ້ພະນັກງານ-ນັກຮົບ ໄດ້ເຊື່ອມຊຶມ ແລະ ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ ກໍ່ຄື ການເມືອງ-ການທະຫານ ແລະ ພະລາທິການໃນໄລຍະໃໝ່ ແລະ ຄວາມຊໍານິຊໍານານໃນການນໍາໃຊ້ອາວຸດຍຸດໂທປະກອນຂອງກອງທັບ ໃຫ້ມີຄວາມຄ້ອງແຄ້ວ ແລະ ເປັນການຝຶກກໍາລັງແຮງກາຍ ຂອງນາຍ ແລະ ພົນທະຫານ ໃຫ້ມີສຸຂະພາບທີ່ແຂງແຮງ-ເຂັ້ມແຂງ ກຽມພ້ອມເຮັດສໍາເລັດທຸກໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທິງໄດ້ມອບຫມາຍໃຫ້ບັນ ລຸຕາມ 4 ແຜນງານ, 26 ໂຄງການ ຂອງກະຊວງປ້ອງກັນປະເທດວາງອອກ ໃຫ້ປະກົດຜົນເປັນຈິງ.
Editor: ນັກຂ່າວເມືອງພູຄູນ