ໃນຕອນບ່າຍ ວັນທີ 16 ພຶດສະພາ 2018 ນີ້ ຢູ່ທີ່ສະໂມສອນໃຫຍ່ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຊາວໜຸ່ມ 4 ບຸກ ສົກປີ 2018, ໂດຍການເປັນປະທານຂອງ ສະຫາຍ ພັນຕີ ກອງລະສັກ ສີສຸກລາດ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ປກສ ແຂວງ, ໃຫ້ກຽດເຂົ້າຮ່ວມ ສະຫາຍ ນາງ ຄໍາໃບ ບໍລິວັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະຫາຍ ພັນໂທ ບົວເຄືອ ລັດຕະນະວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາແຂກຖືກເຊີນຈາກຄະນະພັກຮາກຖານ, ຈາກບັນດາໜ່ວຍຊາວໜຸ່ມແຮກສ່ຽວ ພ້ອມດ້ວຍສະມາຊິກຊາວໜຸ່ມ ປກສ ແຂວງ ເຂົ້າຮ່ວມຮ້ອຍກວ່າສະຫາຍ.
ສະຫາຍ ພັນຕີ ກອງລະສັກ ສີສຸກລາດ ເລຂາຮາກຖານຊາວໜຸ່ມ ປກສ ແຂວງ ໄດ້ຂື້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາສົກປີ 2017 ແລະ ທິດທາງແຜນການປີ 2018 ເຊິ່ງໄດ້ຍົກໃຫ້ເຫັນທີ່ຕັ້ງ ແລະ ຈຸດພິເສດຂອງຮາກຖານຊາວໜຸ່ມ ປກສ ແຂວງ ປະກອບມີ 10 ໜ່ວຍຂື້ນກັບ ແລະ ມີ 461 ສະຫາຍ,ຍິງ 81 ສະຫາຍ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະບໍລິຫານງານຊາວໜຸ່ມແຂວງ ບໍລິຄໍາໄຊ, ຮາກຖານຊາວໜຸ່ມ ປກສ ແຂວງ ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ສາມາດຍາດໄດ້ຜົນງານພົ້ນເດັ່ນໃນຫຼາຍດ້ານເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ແລະ ໄດ້ສະແດງອອກໃນແຕ່ລະດ້ານຄື: ບຸກດ້ານການເມືອງແນວຄິດໄດ້ 94%, ບຸກດ້ານການຝຶກຝົນຮໍ່າຮຽນໄດ້ 90,9%, ບຸກດ້ານການຈັດຕັ້ງໄດ້ 91,6%, ບຸກດ້ານວິຊາຊີບ ແລະ ການສ້າງວຽກເຮັດງານທໍາໄດ້ 86,59%.
ສ່ວນທິດທາງແຜນການໃນຕໍ່ໜ້າໃນການສ້າງໜ່ວຍຊາວໜຸ່ມ 4 ບຸກ ຂອງຮາກຖານຊາວໜຸ່ມ ປກສ ແຂວງ ຈະສ້າງແຕ່ລະໜ່ວຍໃຫ້ໄດ້ ດ້ານແນວຄິດ 95%, ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ 95,5%, ດ້ານການຈັດຕັ້ງ ໃຫ້ໄດ້ 96%, ດ້ານວິຊາຊີບ, ສ້າງວຽກເຮັດງານທໍາ ໃຫ້ໄດ້ 97%, ໃນພິທີຍັງໄດ້ມອບ-ຮັບໃບຢັ້ງຢືນ 4 ບຸກ ໃຫ້ໜ່ວຍຊາວໜຸ່ມ 10 ໜ່ວຍ ແລະ 01 ຮາກຖານຊາວໜຸ່ມ ປກສ ແຂວງ ພ້ອມທັງປະກາດຍ້ອງຍໍ ປະຈໍາປີ 2017 ໃຫ້ແກ່ສະມາຊິກຊາວໜຸ່ມປກສແຂວງຈໍານວນສີ່ຮ້ອຍກວ່າສະຫາຍ.
ຕອນທ້າຍພິທີຍັງໄດ້ຮັບຟັງຄໍາເຫັນໂອ້ລົມຈາກຂັ້ນເທິງຕື່ມອີກ.
Editor: ຕະວັນ ແສງສະຫວັນ