ໃນຕອນແລງຂອງວັນທີ 16 ພຶດສະພາ 2018 ຜ່ານມານີ້ ແຂວງບໍ່ແກ້ວ ໄດ້ຈັດພິທີສູດຖອດສູດຖອນພຣະເຈົ້າໃຫຍ່ ພຸດທະຣັດຕະນະບາຣະມີສິຣິບໍ່ແກ້ວ ປະດິດສະຖານຢູ່ທີ່ພູໄຊຫົວຂອງ ຫລື ( ພູ106 ) ເມືອງຫ້ວຍຊາຍ ແຊວງບໍ່ແກ້ວ. ໂດຍມີທ່ານ ອປ ຄໍາພັນ ເຜີຍຍະວົງ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆບໍ່ແກ້ວ ພ້ອມດ້ວຍຄະນະ, ທ່ານ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສົມສະຫວາດ ເລັງສະຫວັດ ອາດີດກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປລາວ, ທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ, ທ່ານ ເພັດຖາວອນ ພິລາວັນ ເຈົ້າແຂວງໆຫຼວງນໍ້າທາ ແລະ ບັນດາການນໍາຂັ້ນແຂວງ, ເມືອງ ຕະຫຼອດຮອດນັກທຸລະກິດ ແລະ ມວນຊົນຊາວແຂວງບໍ່ແກ້ວເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໃຫ້ກຽດຂື້ນສູດຖອດສູດຖອນ ໂດຍພຣະອາຈານໃຫຍ່ ຄໍາເງິນ ຄໍາວົງ ປະທານ ອພສ ແຂວງບໍ່ແກ້ວ ພ້ອມດ້ວຍພຣະອາຈານໃຫຍ່ 9 ອົງ. ຈາກນັ້ນ, ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2018 ນີ້. ກໍ່ໄດ້ຈັດພິທີບວງສວງ ແລະ ວາງແຜ່ນສິລາຈາລຶກ. ໃນພິທີ ທ່ານຈອມສີ ລັດຕະນະປັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆບໍ່ແກ້ວ ກໍ່ໄດ້ຂື້ນຜ່ານບົດລາຍງານຄວາມເປັນມາຂອງໂຄງການກໍ່ສ້າງພຣະເຈົ້າໃຫຍ່ ພຸດທະຣັດຕະນະບາຣະມີສິຣິບໍ່ແກ້ວ ເຊິ່ງມີຂະໜາດຄວາມກວ້າງ 17,1 ເເມັດ, ສູງ 25,2 ແມັດ, ມີນໍ້າໜັກ 90,789 ໂຕນ, ໂຄງການກໍ່ສ້າງແມ່ນໄດ້ຈັດແບ່ງອອກເປັນ 3 ໂຊນ ຄື: ໂຊນທີ1 ປະກອບມີ: ລານຈອດລົດ, ອາຄານຮັບ-ສົງ, ອາຄານຫ້ອງນໍ້າ, ອາຄານຂາຍເຄື່ອງທີ່ລະນຶກ-ເຄື່ອງສະກາລະບູຊາ ແລະ ສວນດອກໄມ້, ໂຊນທີ2 ປະກອບມີ: ອາຄານຫໍປະຕິບັດທໍາ, ອາຄານຫໍແຈກ, ອາຄານທີ່ພັກສົງສໍາມະເນນ, ອາຄານຮັບສົ່ງ, ອົງຄານຫ້ອງນໍ້າ, ນໍ້າພຸ, ເຈດີ ແລະ ສວນດອກໄມ້, ໂຊນທີ3 ປະກອບມີ: ອົງພຣະເຈົ້າໃຫຍ່, ສາລາຊົມວີວ ແລະ ສວນດອກໄມ້. ມູນຄ່າໃນການກໍ່ສ້າງໂຄງການດັ່ງກ່າວແມ່ນ: 54.847.369 000 ກີບ. ຫ້າສິບສີ່ພັນ ແປດຮ້ອຍສີສິບເຈັດລ້ານ ສາມແສນຫົກສິບເກົ້າພັນກວ່າກີບ. ຄະນະຮັບຜິດຊອບໂຄງການ ຮ່ວມກັບ ບໍລິສັດ ຫ່າຍເຊິນ ລາວ ຈໍາກັດ ແມ່ນເປັນຜູ້ຮັບຜິດຊອບໂຄງການ. ຈຸດປະສົງ ແລະ ເປົ້າໝາຍໃນການກໍ່ສ້າງແມ່ນເພື່ອເປັນການສະກາລະບູຊາ, ເປັນສູນລວມຈິດໃຈຂອງພຸດທະສານິກາຊົນລາວ, ສ້າງໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ສໍາຄັນທາງດ້ານວັດທະນະທໍາ ຕິດພັນກັບທຳມະຊາດ, ມູນເຊື້ອທາງດ້ານປະຫວັດສາດ, ເປັນສິຣິມຸງຄູນ, ເປັນມິ່ງຂວັນອັນສໍາຄັນ ພ້ອມທັງຮັກສາໄດ້ພຸດທະສາດສະໜາຂອງຊາວລາວ, ຊາວແຂວງບໍ່ແກ້ວ ກໍ່ຄືຂອງສັງຄົມທີ່ມີຄວາມເຫຼືອມໃສສັດທາຕໍ່ພຸດທະສາດສະໜາ ເຮັດໃຫ້ມີຄວາມຄົງຕົວ ແລະຂະຫຍາຍຕົວຢ່າງຢືນຍົງ ແລະຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ.
ຈາກນັ້ນ, ທ່ານ ອປ ຄໍາພັນ ເຜີຍຍະວົງ ກໍ່ໄດ້ຂື້ນກ່າວ ແລະ ລັ່ນຄ່ອງ 9 ບາດເພື່ອເປີດພິທີຢ່າງເປັນທາງການ ແລະ ດໍາເນີນພິທີກໍາຕາມຮີດຄອງປະເພນີ. ໃຫ້ກຽດຂື້ນວາງແຜ່ນສິລາຈາລຶກໂດຍທ່ານ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ. ຫຼັງຈາກສໍາເລັດພິທີ ການນໍາ 15 ທ່ານກໍ່ໄດ້ຮ່ວມກັນຊວ້ານຊາຍຖົມໃສ່ພະທາດເຈດີຢ່າງພ້ອມພຽງຮຽງໜ້າກັນ ຖືເປັນອັນສໍາເລັດເສັດສິ້ນພິທີ.
Editor: ຕະວັນ ແສງສະຫວັນ