ເພື່ອປະກອບສ່ວນເຂົ້າໃນວຽກງານການສຶກສາ ຂອງເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໃຫ້ມີການພັດທະນາທາງດ້ານການສຶກສາ, ສະນັ້ນ, ໃນວັນທີ 14 ພຶດສະພາ 2018 ຜ່ານມາທາງທິມງານ ຄະນະບໍລິຫານງານຊາວໝຸ່ມແຂວງ ບໍລິຄຳໄຊ ໄດ້ນໍາເອົາເຄື່ອງອຸປະກອນການຮຽນ ແລະ ເຄື່ອງນຸ່ງນັກຮຽນມາມອບໃຫ້ໂຮງຮຽນປະຖົມຄຸ້ມໂພຄຳ ບ້ານໃຫຍ່ຈອມທອງ ເຄື່ອງທີ່ມາມອບໃນຄັ້ງນີ້ປະກອບມີ: ປື້ມຂຽນ, ບິກ, ສໍ, ບານເຕະ ແລະ ເຄື່ອງນຸ່ງນັກຮຽນ ລວມມູນຄ່າທັງໝົດ 2.500.000 ກີບ ເຊີ່ງເຄືອງຈໍານວນດັ່ງກ້າວນີ້ ແມ່ນໄດ້ມາຈາກການລະດົມຈາກຄະນະບໍລິຫານງານຊາວໝຸ່ມອ້ອມຂ້າງແຂວງ ແລະ ຫ້າງຮ້ານ, ບໍລິສັດ,
ໃຫ້ກຽດເຂົ້າຮ່ວມມອບເຄື່ອງຈຳນວນດັ່ງກ່າວຂອງ ທ່ານ ອະລຸນສັກ ປະທຳມະວົງ ຄະນະປະຈຳພັກເມືອງ- ຮອງເຈົ້າເມືອງ, ທ່ານ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວ ໝຸ່ມແຂວງ, ຕ່າງໜ້າຮັບໂດຍ ຜູ້ອຳນວຍການໂຮງຮຽນປະຖົມຄຸ້ມໂພຄຳ ແລະ ອຳນາດການປົກ ຄອງບ້ານ, ຄູ, ອາຈານ.
ການມອບເຄືອງໃນຄັ້ງນີ້ ກໍ່ເພື່ອເປັນການສ້າງກິດຈະກຳໃຫ້ໄວໜຸ່ມລາວຮູ້ຈັກການເປັນຜູ້ໃຫ້,ເພື່ອສ້າງກຳລັງໃຫ້ເດັກຜູ້ດ້ວຍໂອກາດໄດ້ຮັບການສຶກສາທີ່ດີ, ເພື່ອປູກຈິດສຳນຶກໃຫ້ເດັກນ້ອຍຮູ້ຮັກໂຮງຮຽນ, ຮັກການຮຽນ, ກະຕູ້ນໃຫ້ເຂົ້າເຈົ້າມີຈິດໃຈຮ່ຳຮຽນ ແລະ ເປັນຜູ້ໜື່ງໃນການພັດທະນາປະເທດຊາດໃນອານາຄົດຕໍ່ໜ້າ.
Editor: ນັກຂ່າວເມືອງພູຄູນ