ໃນເມື່ອບໍ່ດົນຜ່ານມານີ້ ທ່ານ ມີໄຊ ໄຊເກີຢ່າຈົງຕົວ ຫົວໜ້າພະແນກຍຸຕິທໍາແຂວງຫຼວງພະບາງ ພ້ອມດ້ວຍຄະນະໄດ້ລົງຕິດຕາມ, ຊຸກຍູ້ ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຢູ່ເມືອງພູຄູນ, ເຂົ້າຮ່ວມມີທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ, ມີຫົວໜ້າຫ້ອງການຍຸດຕິທຳ ພ້ອມທັງຄູຝຶກ ແລະ ນັກສຳມະນາກອນເຂົ້າຮ່ວມ.
ຈຸດປະສົງຂອງການລົງຕິດຕາມ, ຊຸກຍູ້ໃນຄັ້ງນີ້ ກໍ່ເພື່ອເປັນການກວດກາ ຕີລາຄາຄືນລະດັບຄວາມຮັບຮູ້-ເຂົ້າໃຈກ່ຽວກັບກົດໝາຍ ຂອງບັນດານັກສຳມະນາກອນ ທີ່ໄດ້ຮັບບົດຮຽນຈາກການສິດສອນໃນຄັ້ງນີ້.
ທ່ານ ຄຳໄຊ ວ່າງ, ຫົວໜ້າຫ້ອງການຍຸດຕິທໍາເມືອງພູຄູນ ໄດ້ລາຍງານວ່າ: ການຮຽນ-ການສອນກົດໝາຍຊັ້ນຕົ້ນ ຂອງເມືອງພູຄູນ ໄດ້ເລີ່ມແຕ່ວັນທີ 20 ມີນາ ມາເຖິງປະຈຸບັນ ແມ່ນສໍາເລັດໄປແລ້ວ 31 ວິຊາ ໃນຈຳນວນ 37 ວິຊາຮຽນທັງໝົດ ເຊິ່ງມີຜູ້ນັກສຳມະນາກອນ ທັງໝົດ 38 ຄົນ, ຍິງ 5 ຄົນ. ໂດຍລວມແລ້ວ ຜ່ານການຝຶກອົບຮົມໄລຍະຜ່ານມາ ແມ່ນໄດ້ເອົາໃຈໃສ່ໃນການສຶກສາຄົ້ນຄວ້າບົດຮຽນຢ່າງເລິກເຊິ່ງ ໂດຍສະເພາະ ແມ່ນການຍົກເອົາບັນຫາສະພາບ ທີ່ເກີດຂຶ້ນຕົວຈິງໃນຮາກຖານທ້ອງຖິ່ນ ມາແລກປ່ຽນບົດຮຽນຮ່ວມກັນ ແລະ ຊອກແນວທາງແກ້ໄຂບັນຫາໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍລັດ.
ພ້ອມທັງລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ບັນດາບ້ານ, ໂຮງຮຽນ ແລະ ໃຫ້ຄຳປຶກສາດ້ານກົດ ໝາຍຕ່າງໆ ຕິດພັນກັບການລົງປັບປຸງໜ່ວຍໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານຈຳນວນໜຶ່ງ ທັງນີ້ ກໍ່ເພື່ອເຮັດໃຫ້ການຮຽນ-ການສອນໃນຄັ້ງນີ້ ຮັບປະກັນໄດ້ເຖິງຄຸນນະພາບ ສາມາດນຳເອົາບົດຮຽນໄປຈັດຕັ້ງປະຕິບັດໃນແຕ່ລະຂົງເຂດວຽກງານ ໃຫ້ມີຄວາມຍຸດຕິທຳ ເຮັດໃຫ້ສັງຄົມມີຄວາມສະຫງົບໂດຍພື້ນຖານ.
Editor: ນັກຂ່າວເມືອງພູຄູນ