ວັນທີ 17 ພຶດສະພາ 2018 ຜ່ານມານີ້, ອົງການປົກຄອງທ້ອງຖິ່ນ ເມືອງປາກລາຍ ແຂວງໄຊຍະບູລີ ຮ່ວມກັບ ບໍລິສັດ ບົວລະພາກະສິກຳ-ປ່າໄມ້ ຈຳກັດ ໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລືຂັ້ນວິຊາການ ຜ່ານເນື້ອໃນບົດລາຍງານການປະເມີນຜົນກະທົບຕ່ໍສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ໂຄງການປູກໄມ້ວິກ ໃນເນື້ອທີ່ 602,5 ເຮັກຕາ ຢູ່ເຂດບ້ານນ້ຳປາ, ບ້ານນາກາງ, ບ້ານນ້ຳຕຸງ ແລະ ບ້ານນາຄານ ທີ່ເມືອງປາກລາຍ, ແຂວງໄຊຍະບູລີ ຂອງບໍລິສັດດັ່ງກ່າວ. ເຂົ້າຮ່ວມໃນກອງປະຊຸມມີ ທ່ານ ບຸນຫລາຍ ວົງດາລາ, ຮອງເຈົ້າເມືອງປາກລາຍ, ທ່ານ ພອນສະຫວັນ ພົມສີ, ຮອງຫົວຫນ້າພະແນກຊັບພະຍາກອນນ້ໍາ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ, ທ່ານ ມາຕິນ ຟໍແຊນ, ຜູ້ອໍານວຍການໃຫຍ່ ບໍລິສັດ ບົວລະພາກະສິກໍາ-ປ່າໄມ້ ຈໍາກັດ, ພ້ອມດ້ວຍທ່ານຮອງອໍານວຍການ, ຄະນະທີ່ປຶກສາ ແລະ ບັນດາພະນັກງານຈາກຂະແຫນງການທີ່ກ່ຽວຂ້ອງ ພ້ອມທັງປະຊາຊົນໃນບ້ານຂອງໂຄງການເຂົ້າຮ່ວມເປັນຈຳນວນຫລາຍ, ທີ່ຫ້ອງປະຊຸມສຳນັກງານປົກຄອງເມືອງປາກລາຍ.
ນີ້ແມ່ນຄວາມພະຍາຍາມຂອງບໍລິສັດ ໃນການສ້າງແຫລ່ງວັດດຸດິບຢ່າງພຽງພໍ ເພື່ອທີ່ຈະນຳມາປ້ອນໂຮງງານຝານ ແລະ ໄມ້ອັດ ໂຮງງານ ກັ່ນຊີວະພາບຈາກເນື້ອເຍື້ອໄມ້ວິກ ທີ່ບໍລິສັດ ບົວລະພາ ມີແຜນຈະສ້າງຂື້ນໃນອະນາຄົດອັນໃກ້ນີ້ ຢູ່ທີ່ເມືອງຫີນເຫີບ, ແຂວງວຽງຈັນ. ສະນັ້ນ ບໍລິສັດຈຶ່ງຖືສຳຄັນທີ່ສຸດ ບັນຫາເລື່ອງສິ່ງແວດລ້ອມ, ຈຶ່ງສ້າງຫນ່ວຍງານປະເມີນຜົນກະທົບສິ່ງແວດລ້ອມຕໍ່ສັງຄົມ ແລະ ທຳມະຊາດ ເພື່ອບໍ່ໃຫ້ເກີດບັນຫາຕາມມາ. ຈາກການລົງສໍາຫລວດໂຄງການປູກໄມ້ວິກ ຈໍານວນ 602,5 ເຮັກຕາ ຢູ່ຂອບເຂດ 4 ບ້ານ ດັ່ງກ່າວຂອງ ຄະນະສະເພາະກິດດ້ານສິ່ງແວດລ້ອມຂັ້ນເມືອງ, ແຂວງ. ກໍ່ສາມາດສະຫລຸບຕີລາຄາໄດ້ວ່າ ໂຄງການນີ້ ສົ່ງຜົນກະທົບສິ່ງແວດລ້ອມຕໍ່ສັງຄົມ ແລະ ທຳມະຊາດຫນ້ອຍທີ່ສຸດ, ເນື່ອງຈາກວ່າບໍລິສັດ ໄດ້ຊອກພື້ນທີ່ປ່າເລົ່າ, ດິນເປົ່າວ່າງ ແບບມີສ່ວນຮ່ວມກັບປະຊາຊົນ ເພື່ອປູກໄມ້ວິກ ແລະ ປະຊາຊົນ ກໍ່ມີຄວາມພໍໃຈຕໍ່ກັບໂຄງການ ແລະ ດີໃຈທີ່ມີວຽກເຮັດງານທຳ ແລະ ມີລາຍຮັບດີຂື້ນເປັນກ້າວໆ.
ທ່ານ ພອນສະຫວັນ ພົມສີ, ຮອງຫົວຫນ້າພະແນກຊັບພະຍາກອນນ້ໍາ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ໄດ້ກ່າວວ່າ: ໜຶ່ງໃນຍຸດທະສາດ ການພັດທະນາປະເທດຊາດຂອງພວກເຮົາ ແມ່ນການຜະລິດກະສິກຳ ທີ່ຕິດພັນກັບການປຸງແຕ່ງ. ສໍາລັບ ການປູກໄມ້ວີກໃນໄລຍະຜ່ານມາ ມີການຂະຫຍາຍຕົວຢ່າງວ່ອງໄວ ປະຊາຊົນຜູ້ທີ່ປູກແມ່ນມີວຽກເຮັດງານທໍາ, ເສດຖະກິດໃນຄອບຄົວດີຂຶ້ນ. ເຖິງຢ່າງໃດກໍ່ຕາມຜ່ານມາບໍລິສັດ ກໍ່ໄດ້ມີການປູກໄມ້ແບບມີສ່ວນຮ່ວມຂອງປະຊາຊົນ ສະນັ້ນ ວຽກງານ ສິ່ງແວດລ້ອມມີຄວາມສໍາຄັນຫຼາຍ ເຊິ່ງມັນຈະຊ່ວຍໃຫ້ ການດຳເນີນທຸລະກິດໃນການປູກໄມ້ຂອງບໍລິສັດມີຄວາມຍືນຍົງ, ປະຊາຊົນມີຜົນປະໂຫຍດ ພ້ອມດຽວກັນ ໂຄງການດັ່ງກ່າວຍັງພັກດັນໃຫ້ມີການພັດທະນາໃນທ້ອງຖີ່ນ ເປັນຕົ້ນແມ່ນຟື້ນຖານໂຄງລ່າງ, ໂຮງຮຽນ, ໂຮງໝໍ ແລະ ບ້ານ.
ທ່ານ ບຸນຫຼາຍ ວົງດາລາ, ຮອງເຈົ້າເມືອງປາກລາຍ, ແຂວງໄຊຍະບູລີ ກ່າວວ່າ: ອໍານາດການປົກຄອງເມືອງ ມີຄວາມເຫັນດີ ໃຫ້ມີການຂະຫຍາຍເນື້ອທີ່ປູກໄມ້ວີກເພີ່ມຂຶ້ນ ແຕ່ທັງນີ້ທັງນັ້ນ ກໍ່ຕ້ອງ ກໍາໄດ້ບົ້ນຟືນຖານລະບຽບການຕ່າງໆ ທີ່ກ່ຽວຂ້ອງເປັນຕົ້ນແມ່ນ ສ້າງວຽກເຮັດງານທໍາ, ສ້າງລາຍຮັບໃຫ້ຄອບຄົວປະຊາຊົນ, ສ້າງເສດຖະກິດໃນຊຸມຊົນໃຫ້ມີຄວາມເຂັ້ມແຂງ ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ໃຫ້ມີຄວາມເອົາໃຈໃສ່ຕໍ່ການປະເມີນຜົນກະທົບຕ່າງໆ ທີ່ບໍລິສັດ ໄດ້ຄົ້ນຄວ້າ, ວິໄຈມາແລ້ວນັ້ນ ໃຫ້ໄດ້ປະສິດທີພາບ ເພື່ອຮັບປະກັນຄວາມໝັນຄົງຂອງການດຳເນີນທຸລະກິດ ແລະ ການປະກອບອາຊີບຂອງປະຊາຊົນ. ພ້ອມດຽວກັນນັ້ນ ສະເໜີໃຫ້ບໍລິສັດ ຮ່າງສັນຍາ ທີ່ລະບຸລະອຽດ ກ່ຽວກັບຈຸດປະສົງຂອງບໍລິສັດ ໃຫ້ປະຊາຊົນຮັບຊາບ ແລະ ໃຫ້ພະນັກງານກ່ຽວຂ້ອງຂອງເມືອງໄດ້ຮັບຮູ້ນໍາ ເພື່ອເຮັດໃຫ້ທຸກຝ່າຍມີຜົນປະໂຫຍດ, ປ້ອງກັນຜົນກະທົບທີ່ຕາມມານໍາຫຼັງ.
Editor: ຕະວັນ ແສງສະຫວັນ