ໃນທ້າຍອາທິດຜ່ານມາ ຢູ່ທີ່ເມືອງບົວລະພາ, ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຄົ້ນຄ້ວາ ຄັດເລືອກເອົາ ພະນັກງານຜູ້ທີ່ມີຜົນງານດີເດັ່ນເພື່ອສະເໜີ ຍ້ອງຍໍແຕ່ລະປະເພດ ໂດຍການເປັນປະທານຂອງ ທ່ານ ຄຳໄຊ ຕາງນະວົງ ຮອງເຈົ້າເມືອງໆບົວລະພາ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ ບັນດາຄະນະຊີ້ນຳຂະບວນການແຂ່ງຂັນຍ້ອງຍໍພາຍໃນເມືອງເຂົ້າຮ່ວມ.
ເພື່ອປະຕິບັດຕາມແຈ້ງການຂອງພະແນກພາຍໃນແຂວງຄໍາມ່ວນ ສະບັບເລກທີ 25/ພພນ.ຄມ, ລົງວັນທີ 02 ກຸມພາ 2017 ວ່າດ້ວຍການຈັດຕັ້ງປະຕິບັດການເປີດຂະບວນການແຂ່ງຂັນ-ຍ້ອງຍໍ ໃຫ້ ເປັນຂະບວນຟົດຟື້ນໃນທົ່ວແຂວງ. ທ່ານ ຄຳໄຊ ຕາງນະວົງ ຮອງເຈົ້າເມືອງ ສະເໜີໃຫ້ ບັນດາຄະນະຊີ້ນຳຂະບວນການແຂ່ງຂັນຍ້ອງຍໍຂັ້ນເມືອງ ຕ້ອງໄດ້ພ້ອມກັນຄົ້ນຄ້ວາ ແລະ ຄັດເລືອກເອົາ ບັນດາຜູ້ທີ່ມີຜົນງານດີເດັ່ນ ສະເໜີຕໍ່ຂັ້ນເທິງ ເພື່ອຍ້ອງຍໍໃນແຕ່ລະປະເພດຂອງການຍ້ອງຍໍ ຢ່າງລະອຽດ, ເພື່ອເຮັດໃຫ້ມີຄວາມເປັນເອກະພາບ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ ໃນແຕ່ລະຂົງເຂດວຽກງານໃນທົ່ວເມືອງ, ຫົວໜ້າຫ້ອງການພາຍໃນ ກໍ່ໄດ້ ຜ່ານບົດລາຍງານລວມໂດຍສັງເຂບ ການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາ ຈົນເຖິງປະຈຸບັນ ພ້ອມທັງສະເໜີລາຍຊື່ຜູ້ທີ່ມີຜົນງານດີເດັ່ນ ທີ່ໄດ້ຮັບການຍ້ອງຍໍແຕ່ລະປະເພດ, ບັນດາຫ້ອງການຕ່າງໆ ອ້ອມຂ້າງເມືອງ ກໍ່ໄດ້ພ້ອມກັນ ປະກອບຄຳຄິດເຫັນ ແລະ ພ້ອມກັນຄົ້ນຄ້ວາ ຄັດເລືອກເອົາ ຜູ້ທີ່ມີຜົນງານດີເດັ່ນໃນແຕ່ລະຫ້ອງການຂອງຕົນ ເພື່ອຈັດປະເພດ ແລ້ວສະເໜີຍ້ອງຍໍ ໃນແຕ່ລະປະເພດ ໃຫ້ສອດຄ່ອງ ແລະ ຕິດພັນກັບ ຂະບວນການ ຫລື ຄຳຂັວນທີ່ວ່າ ຮັກຊາດ ແລະ ພັດທະນາ.
Editor: ນັກຂ່າວເມືອງບົວລະພາ