ໃນລະຫວ່າງວັນທີ 14-15 ພຶດສະພາ ຜ່ານມານີ້ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະຍາອົບຮົມແຂວງຄຳມ່ວນ ແລະ ຫ້ອງການໂຄສະນາອົບຮົມເມືອງໄຊບົວທອງ ເປີດບັ້ນຝືກອົບຮົມຄວາມຮູ້ພື້ນຖານ ດ້າາການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາຕາມເປົ້າໝາຍ 3 ສ້າງ ເຊິ່ງບັ້ນຝືກອົບຮົມຄັ້ງນີ້ ແມ່ນໄດ້ຈັດຂຶ້ນທີ່ເມືອງໄຊບົວທອງ ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ບຸນນຳ ບຸນນະສອນ ເຈ້າເມືອງໆໄຊບົວທອງ, ທ່ານ ຄໍາເຄນ ຈັນທະວົງ ຫົວໜ້າກົມໂຄສະນາອົບຮົມສູນກາງພັກ, ມີຫົວໜ້າ, ຮອງຫົວໜ້າ, ພະນັກງານຫ້ອງການ ໂຄສະນາເມືອງ, ສະມະຊິກພັກ, ນາຍບ້ານ-ຮອງນາຍບ້ານ, ໜ່ວຍງານການຈັດຕັ້ງຂັ້ນບ້ານທັງ 3 ບ້ານເຂົ້າຮ່ວມ.
ຈຸດປະສົງຂອງການຈັດຝືກອົບຮົມໃນຄັ້ງນີ້ ເພື່ອແນ່ໃສ່ຍົກລະດັບຄວາມຮູ້ພື້ນຖານທາງການເມືອງການປົກຄອງ ແລະ ການສ້າງບ້ານພັດທະນາ ຕາມເປົ້າໝາຍ 3 ສ້າງໃຫ້ແກ່ຖັນແຖວສຳມະຊິກພັກ ພະນັກງານແຫຼ່ງ ພະນັກ ງານນຳພາ ແລະ ປະຊາຊົນຢູ່ຮາກຖານບ້ານໃຫ້ມີຄວາມຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ລະບຽບກົດໝາຍຂອງລັດ ໂດຍເລີ່ມຈາການຍົກສູງຄວາມສາມາດນຳພາຂອງໜ່ວຍພັກບ້ານ ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ແກ້ໄຂຄວາມທຸກຍາກດ້ວຍການຜະລິດເປັນສິນຄ້າ ແລະ ເຮັດບໍລິການສ້າງລາຍໄດ້ແກ່ຄອບຄົວ ປັບປຸງຊີວິດການເປັນຢູ່ໃຫ້ນັບມື້ນັບດີຂຶ້ນ ເຮັດໃຫ້ປະຊາຊົນບັນດາ ເຜົ່າ, ປະຊາຊົນເປົ້າໝາຍ 3 ສ້າງ ຂອງເມືອງໃຫ້ມີຄວາມຮູ້ ຄວາມສາມາດ ແລະ ຄວາມເຂົ້າໃຈຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍົກສູງສະຕີລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ເປັນເຈ້າການເຂົ້າຮ່ວມໃນວຽກງານປ້ອງກັນຄວາມສະຫງົບຢູ່ໃນຂອບເຂດບ້ານຂອງຕົນ ເຮັດໃຫ້ບ້ານມີຄວາມສະ ຫງົບ ຄວາມເປັນລະບຽບຮຽບຮ້ອຍ ແລະ ເພື່ອເປັນການຢັ້ງຢຶນໃຫ້ແກ່ຜູ້ຜ່ານການຝືກອົບຮົມໃນຄັ້ງນີ້ ກໍ່ໄດ້ມອບໃບຢັ້ງຢຶນ ຈາກໂຄສະນາອົບຮົມແຂວງ ໃຫ້ແກ່ນັກສຳມະນາກອນ ເຊິ່ງໃຫ້ກຽດມອບໂດຍທ່ານ ບຸນນຳ ບຸນນະສອນ ເຈ້າເມືອງໆໄຊບົວທອງ.
Editor: ນັກຂ່າວເມືອງໄຊບົວທອງ