ໃນວັນທີ 15 ພຶດສະພາ ຜ່ານມານີ້ ຄະນະຊາວໜຸ່ມຮາກຖານພະແນການຕ່າງປະເທດແຂວງສະ ຫວັນນະເຂດ ໄດ້ຮັບຮອງນາມມະຍົດ 4 ບຸກ ໂດຍການເປັນປະທານຂອງສະຫາຍ ອຸດອນ ສີສົມບັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີບັນດາຫົວໜ້າພະແນກການຕ່າງປະເທດແຂວງ, ເລ ຂາຮາກຖານຊາວໜຸ່ມພະແນກການຕ່າງປະເທດແຂວງ, ອົງການຈັດຕັ້ງມະຫາຊົນ, ສະມາຊິກຊາວໜຸ່ມພາຍໃນພະແນກການຕ່າງປະເທດ ເຂົ້າຮ່ວມ.
ສະຫາຍ ເລນິນຄອນ ຣາຊາສັກດ ເລຂາຮາກຖານຊາວໜຸ່ມພະແນກການຕ່າງປະເທດແຂວງ ໄດ້ຜ່ານບົດສະຫຼຸບການປະເມີນເນື້ອໃນຂໍ້ແຂງຂັນຂະບວນການ 4 ບຸກ ເຊິ່ງສາມາດບຸກທາງດ້ານການເມືອງ-ແນວຄິດໄດ້ 99%, ບຸກດ້ານທາງດ້ານການຝຶກຝົນຫຼໍ່ຫອມຮໍ່າຮຽນໄດ້ 95%, ບຸກທາງດ້ານວຽກງານການຈັດຕັ້ງໄດ້ 90% ແລະ ບຸກທາງດ້ານວິຊາຊີບສ້າງວຽກເຮັດງານທຳໄດ້ 98%, ໃນພິທີຍັງໄດ້ມີການ ມອບ-ຮັບ ໃບຢັ້ງຢືນຮາກຖານ ແລະ ໜ່ວຍຊາວໜຸ່ມ 4 ບຸກ ເຊິ່ງໃຫ້ກຽດມອບໂດຍ ສະຫາຍ ອຸດອນ ສີສົມບັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ. ໂອກາດດັ່ງກ່າວ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ຮາກຖານຊາວໜຸ່ມພະແນກການຕ່າງປະເທດແຂວງ ເພີ່ມທະວີການນໍາພາສຶກສາແນວຄິດການເມືອງຢ່າງເລິກເຊິ່ງ, ຍົກສູງບາດກ້າວນໍາພາຂອງຊາວໜຸ່ມເຂົ້າໃນຂະບວນການຕ່າງໆຂອງພະແນກການຕ່າງປະເທດແຂວງ ເຊິ່ງໄດ້ກາຍເປັນແສງສະຫວ່າງຊີ້ທິດເຍືອງທາງໃຫ້ເຫັນແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ກົດລະບຽບຂອງຊາວໜຸ່ມ ໃນການຈັດຕັ້ງປະຕິບັດນີ້ໃຫ້ປາກົດຜົນເປັນຈິງ.
Editor: ນັກຂ່າວເມືອງໄກສອນ