ໃນເມື່ອບໍ່ດົນນີ້ ຢູ່ທີ່ຫ້ອງປະຊຸມສາທາລະນະສຸກເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີ ຮັບເອົາມະຫາຊົນກ້າວໜ້າເຂົ້າພັກສໍາຮອງ ແລະ ເລື້ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນຂອງ 2 ໜ່ວພັກຄື: ໜ່ວຍພັກສາທາລະນະສຸກເມືອງ, ໜ່ວຍພັກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໂດຍການເປັນປະທານຂອງສະຫາຍ ສຸວິໄລ ຫຼວງຊະລາດ ຫົວໜ້າຄະນະຈັດຕັ້ງເມືອງ ສະມາຊິກສະພາປະຊາຊົນຂັ້ນແຂວງ, ມີຫົວໜ້າຫ້ອງການ, ຄະນະຫ້ອງການ, ເລຂາໜ່ວຍພັກ ແລະສະມາຊິກພັກສົມບູນສໍາຮອງພາຍໃນໜ່ວຍພັກເຂົ້າຮ່ວມ.
ໃນພິທີສະຫາຍນາງ ຄອນສະຫວັນ ຄໍາພັກດີ ຮອງເລຂາໜ່ວຍພັກສາທາລະນະສຸກເມືອງ ກໍ່ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ເລກທີ 56/ຄປພມ ລົງວັນທີ 3 ເມສາ 2018 ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ໂດຍອີງຕາມ: ໜັງສືສະເໜີ ຂອງຫ້ອງການຄະນະຈັດຕັ້ງເມືອງ ສະບັບເລກທີ 36/ຄຈຊນລ ລົງວັນທີ 21 ມີນາ 2018 ວ່າດ້ວຍການອະນຸມັດເອົາມະຫາຊົນກ້າວໜ້າເຂົ້າພັກສໍາຮອງ ຈໍານວນ 9 ສະຫາຍ, ຍິງ 7 ສະຫາຍ. ສະຫາຍ ຂັນທອງ ຄໍາຜ່ານ ເລຂາໜ່ວຍພັກຫ້ອງການສາທາລະນະສຸກເມືອງ ກໍ່ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ເລກທີ 60/ຄປພມ ລົງວັນທີ30 ເມສາ 2018 ວ່າດ້ວຍການອະນຸມັດເລື້ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ຈໍານວນ 5 ສະຫາຍ, ຍິງ 2 ສະຫາຍ. ໃນທ້າຍພິທີປະທານກໍ່ໄດ້ໂອ້ລົມຕໍ່ກັບບັນດາສະມາຊິກພັກຈົ່ງຊ່ວຍກັນຕັ້ງໜ້າຝືກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນແບບຢ່າງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ໄດ້ຮັບຜົນສໍາເລັດ ສຸມໃສ່ທຸກສະຕິປັນຍາໃຫ້ໜ່ວຍພັກຂອງຕົນກາຍເປັນໜ່ວຍພັກເຂັ້ມແຂງຮູ້ນໍາພາຮອບດ້ານ.
Editor: ນັກຂ່າວເມືອງຊົນນະບູລີ