ໃນວັນທີ 16 ພຶດສະພາ ຜ່ານມານີ້; ຢູ່ທີ່ຫ້ອງປະຊຸມຂອງສານປະຊາຊົນເຂດ IV ປະຈໍາເມືອງ ອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດສ້າງຕັ້ງໜ່ວຍພັກຂອງຕົນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ລໍາທອງ ຂອບສີລາວົງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະຈັດຕັ້ງເມືອງ, ຄະນະໂຄສະນາອົບຮົມເມືອງ, ເລຂາໜ່ວຍພັກອ້ອມຂ້າງເມືອງ, ສະມາຊິກພັກພາຍໃນສານປະຊາຊົນເຂດ IV ເຂົ້າຮ່ວມ.
ໂດຍປະຕິບັດຕາມມະຕິຕົກລົງວ່າດ້ວຍການອະນຸມັດສ້າງຕັ້ງໜ່ວຍພັກສານປະຊາຊົນເຂດ IV ໂດຍອິງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ X ໝວດທີ VI ການຈັດຕັ້ງຮາກຖານພັກ ມາດຕາທີ 29 ທີ່ຕັ້ງ ແລະ ຫຼັກການຈັດຕັ້ງຮາກຖານພັກ ແລະ ອິງຕາມໜັງສືສະເໜີຂອງຄະນະຈັດຕັ້ງເມືອງ ອາດສະພັງທອງ ສະບັບເລກທີ 66/ຄຈມ.ອທ ເລື່ອງສະເໜີສ້າງຕັ້ງໜ່ວຍພັກສານປະຊາຊົນເຂດ IV ເມືອງ ອາດສະພັງທອງ. ຄະນະປະຈໍາພັກເມືອງຕົກລົງເຫັນດີອະນຸມັດໃຫ້ສ້າງຕັ້ງໜ່ວຍພັກ ສານປະຊາຊົນເຂດ IV ເມືອງອາດສະພັງທອງ ຢ່າງເປັນທາງການ. ພ້ອມດຽວກັນນັ້ນ ໃນພິທີກໍ່ຍັງໄດ້ຈັດພິທີບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ສານປະຊາຊົນເຂດ IV. ໂດຍປະຕິບັດຕາມມະຕິຕົກລົງວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ສານປະຊາຊົນເຂດ IV ຄະນະປະຈໍາເມືອງ ອາດສະພັງທອງຈຶ່ງຕົກລົງເຫັນດີອະນຸມັດບົ່ງຕົວແຕ່ງຕັ້ງ ສະຫາຍ ສີບຸນເຮືອງ ໂກສົນ ເປັນເລຂາໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງເອົາ ສະຫາຍ ສຸກສະໝອນ ສີທໍາມະວັນ ເປັນຜູ້ກວດກາໜ່ວຍພັກ .
ໃນຕອນທ້າຍ ສະຫາຍ ລໍທອງ ຂອບສີລາວົງ ກໍ່ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍສະຫາຍໄດ້ເນັ້ນໃສ່ກ່ຽວກັບບັນຫາການຜັນຂະຫຍາຍໃນການຂະຫຍາຍສະມາຊິກພັກ ແລະ ການກໍ່ສ້າງປັບປຸງພັກໃຫ້ກາຍ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັັກແໜ້ນໃຫ້ປະກົດຜົນເປັນຈິງໄປເທື່ອລະກ້າວ, ເຮັດໃຫ້ເມືອງອາດສະພັງທອງ ກາຍເປັນເມືອງ ເຂັ້ມແຂງຮອບດ້ານຢ່າງຊິ້ນເຊີງຕາມແນວທາງນະໂຍບາຍຂອງພັກວາງອອກ.
Editor: ນັກຂ່າວເມືອງອາດສະພັງທອງ