ເມື່ອບໍ່ດົນນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ໄດ້ເຂົ້າຮ່ວມໂຄງການປູກຫຍ້າລ້ຽງສັດຢູ່ບ້ານຜາແກ້ວ ກຸ່ມບ້ານຈີມ ໂດຍມີວິຊາການຫ້ອງການກະສີກຳ ແລະ ປ່າໄມ້ເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນ 2 ບ້ານເຂົ້າຮ່ວມ.
ທ່ານ ຈັນສົມ ຫຼວງວິເສດ ເຈົ້າຂອງໂຄງການໃຫ້ຮູ້ວ່າ: ເພື່ອເປັນການສ້າງຂະບວນປູກຫຍ້າລ້ຽງສັດ ຕິດພັນກັບ ການນຳໃຊ້ເຕັກນິກວິທະຍາສາດ ສ້າງເປັນໂຄງການຈຸດສຸມລ້ຽງສັດໃຫ່ຍ ເປັນສິນ ຄ້າເພື່ອສົ່ງອອກ ແນ່ໃສ່ເຮັດໃຫ້ປະຊາຊົນມີລາຍຮັບ ສາມາດແກ້ໄຂຄວາມທຸກຍາກໄດ້ເທື່ອລະກ້າວ ທັງເປັນການຫ້າງກະກຽມສ້າງຂະບວນການຕ້ອນຮັບ ວັນປູກຕົ້ນໄມ້ແຫ່ງຊາດທີ່ຈະມາເຖິງນີ້ ໂຄງການປູກຫຍ້າລ້ຽງສັດດັ່ງກ່າວ ໄດ້ບຸກເບີກຂະຫຍາຍເນື້ອທີ່ ປູກຫຍ້າຈຳນວນ 5 ເຮັກຕາ ເຊິ່ງປະກອບມີ: ຫຍ້າເນເປຍ, ລູຊີ ແລະ ກິນນີ. ສຳລັບແຜນການຕໍ່ໜ້າຂອງໂຄງການ ພາຍຫຼັງສຳເລັດການປູກຫຍ້າໃນຄັ້ງນີ້ ຈະໄດ້ຈັດໃຫ້ມີການທອມງົວ ເພື່ອຈະຈຳໜ່າຍອອກສູ່ຕະຫຼາດພາຍໃນເມືອງ ແລະ ສົ່ງອອກຕ່າງເມືອງ-ຕ່າງແຂວງ ແລະ ຕ່າງປະເທດ, ໂຄງການປູກຫຍ້າລ້ຽງສັດ ເປັນອີກໜຶ່ງໃນໂຄງການຂອງກຸ່ມລ້ຽງສັດ ບ້ານຜາແກ້ວ ໄດ້ສ້າງຕັ້ງຂຶ້ນເມື່ອປີ 2000 ມີເນື້ອທີ່ທັງໝົດ 600 ກວ່າເຮັກຕ່າ ໃນນີ້ ໄດ້ປູກຫຍ້າແລ້ວຈຳນວນ 10 ເຮັກຕາ ປັດຈຸບັນມີງົວ 120 ໂຕ, ຄວາຍ 10 ກວ່າໂຕ, ມີສະມາຊິກທັງ
ໝົດ 8 ຄອບຄົວ, ສາມາດສ້າງລາຍຮັບໄດ້ເຖິງ 100 ລ້ານກວ່າກີບຕໍ່ປີ.
Editor: ນັກຂ່າວເມືອງພູຄູນ