ເມື່ອບໍ່ດົນມານີ້, ຄະນະສະຫະພັນແມ່ຍິງ, ຄອບຄົວການນໍາ ແລະ ນັກທຸລະກິດຍິງ ເມືອງຫົງສາ, ແຂວງໄຊຍະບູລີ ໄດ້ເຂົ້າຮ່ວມພົບປະແລກປ່ຽນຖອດຖອນບົດຮຽນນໍາສະຫະພັນແມ່ຍິງ, ຄອບຄົວການນຳ, ນັກທຸລະກິດຍິງ ເມືອງປາກແບງ ແຂວງອຸດົມໄຊ ຢູ່ທີ່ສະໂມສອນຂອງເມືອງ ປາກແບງ, ໂດຍການນຳພາຂອງ ທ່ານນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງໆຫົງສາ ພ້ອມຄະນະສະຫະພັນແມ່ຍິງເມືອງ, ຄອບຄົວການນຳ, ນັກທຸລະກິດຍິງເມືອງ ແລະ ໃຫ້ກຽດຕ້ອນຮັບຂອງທ່ານ ບຸນມີ ຈັນສະຫວັດ ຮອງເລຂາພັກເມືອງ ຮອງເຈົ້າເມືອງປາກແບງ,ພ້ອມດ້ວຍຄະນະສະຫະພັນແມ່ຍິງເມືອງ, ຄອບຄົວການນໍາ ແລະ ນັກທຸລະກິດຍິງເມືອງດັ່ງກ່າວເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດພົບປະ ລະຫວ່າງ ສອງເມືອງຄັ້ງນີ້, ທ່ານ ບຸນມີ ຈັນສະຫວັດ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ປິຕິຊົມຊື່ນ ຕໍ່ການມາຢ້ຽມຍາມຄະນະສະຫະພັນແມ່ຍິງເມືອງຫົງສາ. ພ້ອມນີ້, ທ່ານກໍ່ໄດ້ລາຍງານສະພາບລວມວຽກງານຮອບດ້ານຂອງເມືອງໃນໄລຍະຜ່ານມາໂດຍຫຍໍ້ ຕໍ່ຄະນະຜູ້ແທນເມືອງຫົງສາ ແຂວງໄຊຍະບູລີ. ເຊິ່ງໄດ້ຍົກໃຫ້ຮູ້ເຖິງດ້ານດີ, ດ້ານອ່ນ, ຂໍ້ຄົງຄ້າງ ແລະ ທິດທາງແກ້ໄຂ້ໃນຕໍ່ໜ້າ. ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນວຽກງານຂອງຄະນະສະຫະພັນແມ່ຍິງເມືອງປາກແບງ, ຈາກນັ້ນ, ທ່ານນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງໆຫົງສາ ກໍ່ໄດ້ຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານຂອງເມືອງຫົງສາໂດຍຫຍໍ້. ເປັນຕົ້ນ, ກໍ່ແມ່ນວຽກງານທີ່ພົ່ນເດັ່ນຂອງຄະນະສະຫະພັນແມ່ຍິງເມືອງຫົງສາໃນໄລຍະຜ່ານມາ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນຄັ້ງນີ້, ຕາງໜ້າສະຫະພັນແມ່ຍິງ, ຄອບຄົວການນໍາ ແລະ ນັກທຸລະກິດຍິງທັງສອງເມືອງ ກໍ່ໄດ້ມອບຂອງຂວັນທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນ. ຫຼັງຈາກນັ້ນ, ບັນດາຜູ້ແທນທີ່ເຂົ້າຮ່ວມ ກໍ່ໄດ້ໄປທັດສະນະເຂົ້າຊົມຣີສອດເລີແກຣນ ແລະ ເຂື່ອນໄຟຟ້ານ້ຳແບງ ແລະ ຮ່ວມຫຼິ້ນກິດຈະກຳຕ່າງໆ ເພື່ອສ້າງສັນພູກແໜ້ນຄວາມສາໝັກຄີ ພ້ອມທັງສົນທະນາແລກປ່ຽນບົດຮຽນຢ່າງມີໄມຕີຈິດ ສະນິດສະນົມຮັກແພງສາມັກຄີແບບເອື້ອຍນ້ອງ.
Editor: ກຳປານາດ ລັດຖະເຮົ້າ