ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊະນະສົມບູນ ຄັ້ງທີ 11 ສະໄໝທີ 7 ແມ່ນໄດ້ເປີດຂື້ນຢ່າງເປັນທາງການ. ໃນວັນທີ 17 ພຶດສາພາ 2018 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງດັ່ງກ່າວ. ໂດຍພາຍໃຕ້ການເປັນປະທານໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ສີພັັນ ວົງເຮືອງຄຳ ຄະນະປະຈຳພັັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັັກ, ທັງເປັນຜູ້ຊີ້ນໍາວຽກງານຢູ່ເມືອງຊະນະສົມບູນ, ພ້ອມດ້ວຍ ສະຫາຍ ສົມບູນ ເຮືອງວົງສາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊະນະສົົມບູນ. ມີບັນດາສະຫາຍຄະນະປະຈຳພັກເມືອງ,ກຳມະການພັັກເມືອງ, ຫົວໜ້າ ແລະ ຮອງຫ້ອງການ, ເລຂາຄະນະພັກຮາກຖານຊີ້ນຳ 5 ກຸ່ມ, ເລຂາໜ່ວຍພັກ 3 ບ້ານໃຫ່ຍຕົວເມືອງນ້ອຍໃນຊົນນະບົດ ແລະ 5 ບ້ານໃຫ່ຍ. ພ້ອມນີ້ຍັງມີ 1 ສູນບໍລິການໄຟຟ້າເຂດສະຜ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຄັ້ງນີ້ຄະນະຜູ້ແທນທີ່ເຂົ້າຮ່ວມກໍ່ໄດ້ຮັບຟັງຜ່ານບົດລາຍງານການເມືອງສັງເກດຕີລາຄາການນຳພາ - ຊີ້ນໍາໃນໄລຍະ 3 ເດືອນຜ່ານມາ. ອົງຄະນະບໍລິຫານງານພັກເມືອງຊະນະສົມບູນ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນບັນຫາກົກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ-ອົງການຈັດຕັ້ງພັກ-ລັດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທົ່ວເມືອງ ຮັບຮູ້ ແລະ ເຂົ້າໃຈກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ. ໃນນັ້ນແມ່ນໄດ້ປຸກລະດົມຂົນຂວຍຜູ້ປະກອບການຫົວໜ່ວຍທຸລະກິດ, ພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນທີ່ມີເງື່ອນໄຂ ປະກອບສ່ວນທາງດ້ານທຶນຮອນເຂົ້າໃນການປັບປຸງລະບົບພື້ນຖານໂຄງລ່າງເຊັ່ນ: ບູລະນະສ້ອມແປງເສັ້ນທາງເຂົ້າບ້ານໃນແຕ່ລະກຸ່ມ-ບ້ານ, ກໍ່ສ້າງ ແລະ ສ້ອມແປງຂົວຂາມເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ ແລະ ຕິດຕັ້ງໄຟເຍື່ອງທາງໃນເຂດເທດສະບານເມືອງ, ນອກຈາກນັ້ນ ຍັງສາມາດປະກາດຮັບຮອງນາມມະຍົດບ້ານໃຫ່ຍກາຍເປັນຕົວເມືອງນ້ອຍໄດ້ 1 ບ້ານ, ບ້ານພັດທະນາໄດ້ 2 ບ້ານ, ຫ້ອງການພັດທະນາໄດ້ 2 ຫ້ອງການ ແລະ 1 ສູນບໍລິການ ສັງລວມແລ້ວມາຮອດປັດຈຸບັນທົ່ວເມືອງ ຊະນະສົມບູນ ປະກອບມີ 5 ກຸ່ມ 47 ບ້ານ, ໃນນັ້ນມີບ້ານທີ່ໂຮມເຂົ້າກັນໄດ້ 18 ບ້ານ, ແຍກເປັນບ້ານເອກະລາດໄດ້ 22 ບ້ານ ແລະ ບ້ານໃຫ່ຍມີ 7 ບ້ານ ເຊີ່ງສາມາດປະກາດຮັບຮອງນາມມະຍົດເປັນບ້ານພັດທະນາໄດ້ 41 ບ້ານ, 3 ຕົວເມືອງນ້ອຍ, 10 ຫ້ອງການ, 2 ກົມກອງ ແລະ 1 ສູນບໍລິການ. ພາຍໃນເມືອງຍັງສາມາດປະກາດລົບລ່າງຄວາມທຸກຍາກຂອງພໍ່ແມ່ປະຊາຊົນໄດ້ 100%.
Editor: ກຳປານາດ ລັດຖະເຮົ້າ