ໃນວັນທີ 21 ພຶດສະພາ 2018 ທ່ານ ສົມເບັງ ໄຊຍະວົງ ຮອງເຈົ້າເມືອງໆປະທຸມພອນ ພ້ອມໜ່ວຍງານກວດກາໄພພິບັດຂັ້ນເມືອງ ໄດ້ລົງເຄື່ອນໄຫວສໍາຫຼວດຄວາມເສຍຫາຍຂອງຄອບຄົວປະຊາຊົນທີ່ຖຶກຜົນກະທົບ ຈາກໄພພິບັດລົມພາຍຸພັດທະລົ່ມ ຢູ່ເຂດບ້ານພະໂພ ໃນຕອນແລງ ຂອງວັນທີ 20 ພຶດສະພາ 2018 ທີ່ຜ່ານມາ. ຕາມການລາຍງານຈາກອໍານາດການປົກຄອງບ້ານພະໂພໃຫ້ຮູ້ວ່າ: ໃນເວລາ 3:00 ໂມງ ຂອງວັນທີ 20/5/2018 ເກີດມີລົມພາຍຸພັດຢ່າງຮ້າຍແຮງ ຈົນເຮັດໃຫ້ເຮືອນຊານບ້ານຊ່ອງຂອງພໍ່ແມ່ປະຊາຊົນໄດ້ຮັບຄວາມເສຍຫາຍ ຈໍານວນທັງໝົດ 16 ຫຼັງ, ໂຮງສີເຂົ້າ 4 ຫຼັງ ແລະ ໂຮງຮຽນອີກ 1 ຫຼັງ ໃນນັ້ນ: ຄອບຄົວທີ່ໄດ້ຮັບຄວາມເສຍຫາຍໜັກມີ 5 ຫຼັງຄາເຮືອນ; ເສົາໄຟຟ້າລົ້ມຫັກຈໍານວນ 5 ຕົ້ນ, ມີຕົ້ນໄມ້ລົ້ມທັບທາງ 1 ຕົ້ນ ແລະ ປະຊາຊົນໄດ້ຮັບບາດເຈັບຈໍານວນ 1 ຄົນ; ລວມມູນຄ່າຄວາມເສຍຫາຍທັງໝົດ 174 ລ້ານກວ່າກີບ.
Editor: ກຳປານາດ ລັດຖະເຮົ້າ