ໃນວັນທີ 16 ພຶດສະພາ 2018 ທີ່ຜ່ານມາ ຢູ່ທີ່ບ້ານປາວເໜືອ ເມືອງຊຳໃຕ້. ທາງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄດ້ຈັດໃຫ້ມີພິທີມອບເບ້ຍໝາກກ້ຽງ ໃຫ້ປະຊາຊົນ ບ້ນປາວເໜືອ ເມືອງຊໍາໄຕ້ ຂື້ນເມື່ອບໍ່ດົນມານີ້, ເປັນກຽດເຂົ້າຮ່ວມໂດຍມີ ທ່ານ ຄຽນທອງ ທໍາບຸນໄຊ ຄະນະປະຈໍາພັກເມືອງ ປະທານກວດກາພັກ - ລັດເມືອງ, ທ່ານ ໄມຫຼ້າ ພິມມະສອນ, ທ່ານ ຮວ່າງ ວັນເຊິນ ກຳມະການພັກເມືອງ ຮອງປະທານສະພາປະຊາຊົນເມືອງ, ເປັນຜູ້ຕາງໜ້າຈາກເມືອງ ກວານ ເຊິນ ແຂວງແທັງຮວາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມຄະນະ, ພະນັກງານຫ້ອງການອ້ອມຂ້າງທີກ່ຽວຂ່ອງ ແລະ ພໍ່ແມ່ປະຊາຊົນບ້ານເມືອງປາວ ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີການປູກຕົ້ນໝາກກ້ຽງ ໃນເທື່ອນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກເມືອງ ກວານເຊິນ ສສ ຫວຽດນາມ ທີ່ໄດ້ມອບຕົ້ນໝາກກ້ຽງໃຫ້ແກ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊຳໃຕ້, ມອບຕໍ່ໃຫ້ປະຊາຊົນ ບ້ານເມືອງປາວ ໃຫ້ນຳມາປູກ ເພື່ອເກັບໝາກຈຳໜ່າຍໃນທ້ອງຕະຫຼາດ ສ້າງລາຍຮັບໃຫ້ແກ່ບ້ານ, ປັບປຸງຊີວິດການເປັນຢູ່ໃນຄອບຄົວ ໃຫ້ດີຂຶ້ນເທື່ອລະກ້າວ. ຈໍານວນຕົ້ນໝາກ້ຽງທີ່ນໍາມາ ປູໃນເທື່ອນີ້ ມີຈຳນວນ 200 ຕົ້ນ, ນອກຈາກຕົ້ນໝາກກ້ຽງແລ້ວ ຍັງມີຕົ້ນໝາກຂຽບ, ຕົ້ນໝາກມ່ວງ ແລະ ອື່ນໆ ກວ່າ 30 ຕົ້ນ, ຄິດໄລເປັນເງິນທັງໝົດປະມານ 20 ລ້ານກວ່າກີບ, ຕາງໜ້າມອບໂດຍທ່ານ ຮວ່າງ ວັນເຊິນ ກຳມະການພັກເມືອງ ປະທານສະພາປະຊາຊົນເມືອງກວານເຊິນ, ແຂວງ ແທັງຮວາ ສສ ຫວຽດນາມ ກ່າວຮັບໂດຍ ທ່ານ ຄຽນທອງ ທໍາບຸນໄຊ ຄະນະປະຈໍາພັກເມືອງ ປະທານກວດກາພັກ - ລັດເມືອງຊຳໃຕ້, ແຂວງຫົວພັນ ເປັນສັກຂີພະຍານຂອງຄະນະທັງສອງຝ່າຍ ຕະຫຼອດຮອດປະຊາຊົນຊາວບ້ານປາວເໜືອ, ຕອນທ້າຍ ທ່ານ ຄຽນທອງ ທຳບຸນໄຊ ໄດ້ກ່າວຄໍາຂອບໃຈ ທ່ານ ຮວ່າງວັນເຊິນ ພ້ອມດ້ວຍຄະນະ ກໍຄືອົງການຈັດຕັ້ງ, ພະນັກງານ ແລະ ພໍ່ແມ່ປະຊາຊົນຊວນເມືອງກວານເຊິນ ທີ່ໄດ້ໃຫ້ການຊວຍເຫຼືອໃນຄັ້ງນີ້ ມັນໄດ້ສະແດງໃຫ້ເຫັນຄວາມຮັກແພງ ສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບໍ່ເຄີຍຈືດຈາງ ແຕ່ອະດີດຈົນເຖິງປັດຈຸບັນ ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ທ່ານ ຍັງໄດ້ຍ້ຳຕື່ມໃຫ້ປະຊາຊົນຊາວບ້ານປາວເໜືອ ຈົ່ງມີຄວາມຮັກແພງສາມັກຄີ ພ້ອມພຽງກັນບົວລະບັດຮັກສາຕົ້ນໝາກກ້ຽງ ໃຫ້ເຕີບໃຫຍ່ ຂະຫຍາຍຕົວ ເກີດດອກ ອອກຜົນ ໄດ້ຮັບຜົນຜະລິດຄາດໝາຍທີ່ວາງໄວ້
Editor: ກຳປານາດ ລັດຖະເຮົ້າ