ໃນວັນທີ່ 18 ພຶດສະພາ 2018 ນີ້, ຢູ່ທີ່ສະໂມສອນຂອງເມືອງວັງວຽງ ແຂວງວຽງຈັນ. ໄດ້ຈັfດຝຶກອົບຮົມການປະຖົມພະຍາບານຂັ້ນຕົ້ນ ໃຫ້ແກ່ຜູ້ປະກອບການສະຖານທີ່ທ່ອງທ່ຽວ ແລະ ກິດຈະກຳການທ່ອງທ່ຽວຢູ່ເມືອງວັງວຽງ. ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຟອງ ບົວທອງ ກຳມະການພັກແຂວງ, ຫົວຫນ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວຽງຈັນ. ມີ ທ່ານ ປອ ອາລຸນ ບຸນມີໄຊ ຫົວຫນ້າກົມພັດທະນາການທ່ອງທ່ຽວ. ກະຊວງ ຖວທ, ມີນັກວິທະຍາກອນຮັບເຊີນຈາກ ພະແນກສາທາລະນະສຸກແຂວງວຽງຈັນ, ມີບັນດາທ່ານຮອງຫົວຫນ້າຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເມືອງວັງວຽງ, ຫົວຫນ້າໜ່ວຍງານ, ວິຊາການ, ຜູ້ປະກອບການສະຖານທີ່ທ່ອງທ່ຽວ ແລະ ກິດຈະກຳການທ່ອງທ່ຽວເມືອງວັງວຽງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ອາລຸນ ບຸນມີໄຊ ຫົວຫນ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ໃຫ້ກຽດກ່າວເປີດງານພ້ອມທັງກ່າວຈຸດປະສົ່ງວ່າ: ປັດຈຸບັນນີ້ອຸດສະຫະກຳການທ່ອງທ່ຽວ ໄດ້ກາຍເປັນຂະແໜງເສດຖະກິດທີ່ມີການຂະຫຍາຍຕົວໄວ ແລະ ຢູ່ໃນອັນດັບທີສອງໂລກ, ລັດຖະບານແຫ່ງ ສປປ ລາວ ໄດ້ກຳນົດມາເປັນຂະແໜງການເສົາຄໍ້າຂອງເສດຖະກິດແຫ່ງຊາດ. ວຽກງານການທ່ອງທ່ຽວໄດ້ມີການຂະຫຍາຍຕົວຢ່າງວ່ອງໄວຖ້າທຽບໃສ່ຂະແໜງການອື່ນໆ. ໃນປີ 2011 ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ຈຳນວນ 2.723.564 ຄົນ ມາຮອດໃນປີ 2015 ມີເຖິງ 4.684.429 ຄົນ, ມີອັດຕາເພີ່ມຂຶ້ນສະເລ່ຍ 14,52 ສ່ວນຮ້ອຍ. ອີງໃສ່ການຂະຫຍາຍຕົວຂອງການທ່ອງທ່ຽວຂ້າງເທິງນີ້, ເພື່ອເປັນການກຽມຄວາມພ້ອມ ແລະ ຮັບມືກັບບັນຫາຕ່າງໆທີ່ອາດຈະເກີດຂຶ້ນກັບທ່ອງທ່ຽວ ໂດຍສະເພາະແມ່ນຄວາມປອດໄພຂອງນັກທ່ອງທ່ຽວທີ່ມາທ່ອງທ່ຽວ ຢູ່ບັນດາແຫຼ່ງທ່ອງທ່ຽວທີ່ສຳຄັນ ແລະ ຢູ່ພາຍໃນເມືອງວັງວຽງ ຄັ້ງນີ້, ໄດ້ຮັບການເອົາໃຈໃສ່ ໂດຍສະເພາະຜູ້ປະກອບການທຸລະກິດທ່ອງທ່ຽວ ໄດ້ຮັບຮູ້ວິທີການຮັບມື ການປະຖົມພະຍາບານຂັ້ນຕົ້ນ ເພື່ອແນ່ໃສ່ປັບປຸງຕົວເມືອງວັງວຽງໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ ຄື: ການປະຖົມພະຍາບານຂັ້ນຕົ້ນ, ການກະທົບຫຼາຍບ່ອນຂອງຮ່າງກາຍ ໂດຍ ທ່ານ ດຣ ຄຳມະນີວອນ ວົງສົມບັດ ຮອງອຳນວຍການໂຮງໝໍເມືອງວັງວຽງ. ໃນການຝຶກອົບຮົມການປະຖົມພະຍາບານຂັ້ນຕົ້ນ ກໍ່ໄດ້ມີການສາທິດຕົວຈິງ.
ຫລັງຈາກນັ້ນ, ກໍ່ໄດ້ມີການມອບໃບຢັ້ງຢືນ ການຝຶກອົບຮົມການປະຖົມພະຍາບານຂັ້ນຕົ້ນໃຫ້ແກ່ຜູ້ປະກອບການສະຖານທີ່ທ່ອງທ່ຽວ ແລະ ກິດຈະກຳການທ່ອງທ່ຽວຢູ່ເມືອງວັງວຽງ ຈຳນວນ 19 ຄົນ, ຍິງ 5 ຄົນ. ພ້ອມກັບໄດ້ມອບຊຸດຢາປະຖົມພະຍາບານຂັ້ນຕົ້ນ ໃຫ້ກັບ 5 ແຫຼ່ງທ່ອງທ່ຽວຂອງເມືອງຄື: ແຫລ່ງທ່ອງທ່ຽວຖ້ຳປູຄຳ, ຖ້ຳນ້ຳ, ຖ້ຳນອນ, ແກ້ງຍຸຍ ແລະ ອ່າງຫຼວງ ມອບໂດຍທ່ານ ປອ ອາລຸນ ບຸນມີໄຊ ຫົວຫນ້າກົມພັດທະນາການທ່ອງທ່ຽວ.
ຕອນທ້າຍ, ທ່ານ ຄຳຟອງ ບົວທອງ ກຳມະການພັກແຂວງ, ຫົວຫນ້າພະແນກ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ ຍັງໄດ້ໃຫ້ກຽດໂອ້ລົມຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ