ໃນວັນທີ 17-18 ພຶດສະພາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມກຸ່ມບ້ານເມືອງແວ່ນ, ເມືອງຊຳເໜືອ, ແຂວງຫົວພັນ ເຊິ່ງມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ, ພະແນກ, ພົນ ແລະ ນາຍທະຫານ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຊາວແຂວງຫົວພັນ ໃຫ້ການຕ້ອນຮັບ.
ໃນການເດີນທາງໄປຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ພົບປະຢ້ຽມຢາມພໍ່ແມ່ປະຊາຊົນກຸ່ມບ້ານເມືອງແວ່ນ ເມືອງຊຳເໜືອ, ເຊິ່ງຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງເມືອງຊຳເໜືອ, ຫ່າງຈາກເທດສະບານເມືອງປະມານ 50 ກິໂລແມັດ, ປະກອບມີ 15 ບ້ານ, ມີພົນລະເມືອງ 5.303 ຄົນ, ຍິງ 2.399 ຄົນ, ມີ 919 ຄອບຄົວ, 717 ຫຼັງຄາເຮືອນ. ປະຊາຊົນ ປະກອບອາຊີບປູຝັງ-ລ້ຽງສັດ ເປັນຕົ້ນຕໍ, ມີການສ້າງກຸ່ມລ້ຽງສັດ ປະເພດໝູ່, ແບ້, ເປັດ ແລະ ໄກ່ ໄດ້ຫຼາຍກຸ່ມໃນຫຼາຍບ້ານ, ນຳພາຈັດຕັ້ງກຸ່ມຫັດຖະກຳຕ່ຳຫູກ ຈົນກາຍເປັນລາຍຮັບຕົ້ນຕໍຂອງປະຊາຊົນເຂດນີ້, ສາມາດສ້າງໄດ້ 8 ບ້ານວັດທະນະທຳ ແລະ 2 ບ້ານພັດທະນາ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມບຸກບືນພະຍາຍາມ ຂອງອໍານາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ ໃນເຂດກຸ່ມບ້ານເມືອງແວ່ນ ທີ່ໄດ້ພ້ອມກັນຮັກສາມູນເຊື້ອປະຕິວັດ, ຄວາມດຸໝັ່ນຂະຫຍັນພຽນ ແລະ ການສ້າງສາພັດທະນາຂຶ້ນເປັນກ້າວໆ. ພ້ອມນີ້, ທ່ານຍັງໄດ້ເນັ້ນບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ ໂດຍສະເພາະວຽກງານສຶກສາອົບຮົມການເມືອງແນວຄິດ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກ; ເອົາໃຈໃສ່ສ້າງຕົວເມືອງໃໝ່ໃນຊົນນະບົດ ເຮັດໃຫ້ຮາກຖານມີຄວາມເຂັ້ມແຂງ, ເສີມຂະຫຍາຍ ໝາກຜົນຂອງການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມເນື້ອໃນຈິດໃຈ ທີ່ພັກ ແລະ ລັດຖະບານ ວາງອອກໃນໄລຍະໃໝ່ ເພື່ອວາງຄາດໝາຍ ແລະ ກຳນົດຈຸດສຸມຂອງການພັດທະນາໃນຕໍ່ໜ້າ, ເສີມຂະຫຍາຍທ່າແຮງໃນທ້ອງຖິ່ນ ເພື່ອການຜະລິດເປັນສິນຄ້າ ເປັນຕົ້ນ ການປູກ-ການລ້ຽງ ແລະ ຫັດຖະກຳຕ່ຳແຜ່ນ ທີ່ເປັນມູນເຊື້ອ ເພື່ອສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຂຶ້ນ ເທື່ອລະກ້າວ,
ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຕິດຕາມຊຸກຍູ້ ໂຄງການ ຂຸດຄົ້ນ-ປຸງແຕ່ງຖ່ານຫີນ ເພື່ອສະໜອງໃຫ້ແກ່ໂຮງໄຟຟ້າພະລັງງານຄວາມຮ້ອນຈາກຖ່ານຫີນ ຊຶ່ງຕັ້ງຢູ່ໃນເຂດສຳປະທານ 4 ບ້ານຂອງເມືອງຊຳເໜືອ, ຫ່າງຈາກເທອສະບານເມືອງ 24 ກິໂລແມັດ, ມີກຳລັງຕິດຕັ້ງ 600 ເມັກກາວັດ (MW) ເປັນການລົງທຶນຮູບແບບວິສາຫະກິດປະສົມ ລາວ-ຈີນ ປະຈຸບັນ, ແມ່ນຢູ່ໃນຂັ້ນຕອນການຊອກຄົ້ນ-ສຳຫຼວດ ແລະ ດ້ານເອກະສານນິຕິກຳ ຊຶ່ງມີຄວາມຄືບ ໜ້າໄປແລ້ວກວ່າ 30%
Editor: ກຳປານາດ ລັດຖະເຮົ້າ