ຈາກເຫດການໄຟໄໝ້ບ້ານປະຊາຊົນ ທີ່ບ້ານສັນແຟນ, ກຸ່ມນ້ຳລ້ຽງ, ເມືອງຄຳ, ແຂວງຊຽງຂວາງ ໃນວັນທີ 7 ພຶດສະພາ 2018 ທີ່ຜ່ານມາ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ພໍ່ແມ່ປະຊາຊົນໃນບ້ານດັ່ງກ່າວ ທັງໝົດ 44 ຫຼັງຄາເຮືອນ, ພົນລະເມືອງ 324 ຄົນ, ຍິງ138 ຄົນ.
ໃນນັ້ນ, ໄຟໄໝ້ເຮືອນໝົດກ້ຽງ 32 ຫຼັງຄາເຮືອນ, ເຫຼືອນັ້ນແມ່ນໄຟໄໝ້ ແລະ ເປ່ເພເລັກນ້ອຍ, ບາດເຈັບ 2 ຄົນ, ເຂົ້າເສຍຫາຍ 8.240 ກິໂລກຣາມ, ລວມມູນຄ່າເສຍຫາຍກວ່າ 1 ຕື້ກີບ. ດັ່ງນັ້ນ, ໃນວັນທີ 19 ພຶດສະພາ 2018 ໂອກາດທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ເດີນທາງມາເຄື່ອນໄຫວ ແລະ ຢ້ຽມຢາມບັນດາແຂວງພາກເໜືອ, ທ່ານກໍ່ໄດ້ປຸກລະດົມການຊ່ວຍເຫຼືອ ຈາກບັນດາພາກລັດ ແລະ ພາກທຸລະກິດ ເພື່ອມາຊ່ວຍເຫຼືອປະຊາຊົນຜູ້ປະສົບອັກຄີໄພດັ່ງກ່າວ ລວມມູນຄ່າ 350 ລ້ານກີບ ແລະ ຕາງໜ້າຮັບໂດຍ ທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາພັກແຂວງ, ເຈົ້າແຂວງໆຊຽງຂວາງ. ການຊ່ວຍເຫຼືອຄັ້ງນີ້, ປະກອບມີ: ກະຊວງພະລັງງານ ແລະ ບໍ່ແຮ່ ຈໍານວນ 50 ລ້ານກີບ, ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ 200 ລ້ານກີບ ແລະ ທະນາຄານ ເອສທີກຣຸບ 100 ລ້ານກີບ. ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມເສຍໃຈ ຕໍ່ເຫດການອັກຄີໄພທີ່ເກີດຂຶ້ນໃນ ອັນໄດ້ສ້າງຄວາມເສຍຫາຍຢ່າງໜັກ ຕໍ່ພໍ່ແມ່ປະຊາຊົນບ້ານສັນແຟນ ຊຶ່ງຫວັງຢ່າງຍິ່ງວ່າ ການປະກອບສ່ວນຊ່ວຍເຫຼືອດັ່ງກ່າວນັ້ນ ຈະສາມາດບັນເທົາທຸກ ແລະ ຊ່ວຍຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
Editor: ກຳປານາດ ລັດຖະເຮົ້າ