ພິທີເປີດງານສະເຫລີມສະຫລອງປີທ່ອງທ່ຽວລາວ 2018 ແລະ ສະເຫລີມ ສະຫລອງແກ້ວຫລັກເມືອງ ຄົບຮອບ 10 ປີ, ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ຄຶກຄື້ນ ໃນຕອນແລງຂອງວັນທີ 18/05/2018 ທີ່ເດີ່ນແກ້ວຫລັກເມືອງ ເມືອງຊຳເຫນືອ ແຂວງຫົວພັນ ໂດຍການເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆ ຫົວພັນ, ມີການນຳພັກລັດ ຈາກສູນກາງ ແລະທ້ອງຖິ່ນ ພ້ອມດ້ວຍມວນຊົນ ຊາວແຂວງຫົວພັນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ພາຍຫລັງລັດຖະບານ ໄດ້ເປີດປີທ່ອງທ່ຽວລາວ 2018 ຂຶ້ນຢ່າງເປັນທາງການ ທີ່ນະຄອນຫລວງວຽງຈັນ, ບັນດາແຂວງຕ່າງໆ ກໍ່ໄດ້ສ້າງກິດຈະກຳ ທີ່ເປັນມູນເຊື້ອປະເພນີ ແລະ ປະດິດສ້າງໃໝ່ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວໃນແຂວງຂອງຕົນໃຫ້ນັບມື້ນັບຫຼາຍຂຶ້ນ ສະເພາະແຂວງຫົວພັນ ໄດ້ສ້າງປະຕິທິນການທ່ອງທ່ຽວ ຂອງແຂວງ ໂດຍເລີ່ມແຕ່ເດືອນທັນວາ 2017 ຫາເດືອນທັນວາ 2018 ລວມມີ 19 ກິດຈະກຳ ເຊັ່ນ: ບຸນຊົນເຜົ່າຢູ່ເມືອງວຽງໄຊ, ບຸນກິນຈຽງຂອງຊົນເຜົ່າມົ້ງເມືອງຊຳເຫນືອ, ບຸນເກຼີ ແລະ ບຸນອື່ນໆ. ສະເພາະງານສະເຫລີມສະຫລອງປີທ່ອງທ່ຽວລາວ 2018 ແລະ ສະເຫລີມສະຫລອງແກ້ວຫລັກເມືອງ ຄົບຮອບ 10 ປີ ຄັ້ງນີ້ ໄດ້ມີຫລາຍກິດຈະກຳ ຈັດຂຶ້ນເປັນຕົ້ນການຍ່າງມາລາທອນເພື່ອສຸຂະພາບ, ແຂ່ງຂັນລົດຖີບ ແລະ ກິລາພື້ນເມືອງ ຊີງຂັນປີທ່ອງທ່ຽວລາວ 2018, ຊົມການສະແດງສິລະປະວັນນະຄະດີ, ທ່ຽວຊົມຜາທີ, ແຫ່ກອງບຸນ ຕົ້ນກະລາພຶກ ແລະ ກິດຈະກຳອື່ນໆ.
Editor: ກຳປານາດ ລັດຖະເຮົ້າ