ອີງຕາມການຊີ້ນຳຂອງກອງປະຊຸມນາຍົກ, ຮອງນາຍົກ, ຄັ້ງວັນທີ 16 ພຶດສະພາ 2018, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບ ເຂດທົ່ວປະເທດ ສະບັບເລກທີ 0582/ອຄ.ກຄພນ, ລົງວັນທີ 17 ພຶດສະພາ 2018 ເຖິງສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ດ, ບັນດາບໍລິສັດ ນ້ຳມັນເຊື້ອໄຟ ເລື່ອງແຈ້ງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ. ການປັບລາຄາຄັ້ງນີ້ແມ່ນຫຼຸດຄັງແຮລົງ 200 ກີບຕໍ່ລິດ ເພື່ອປະຄອງບໍ່ໃຫ້ລາຄານໍ້າມັນເຊື້ອໄຟຂອງປະເທດ ປັບຕົວສູງຂຶ້ນ, ສ່ວນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟຍັງຄົງລາຄາເກົ່າ ຈາກການປັບຄັ້ງກ່ອນ.
ກະຊວງອຸດສາຫະກຳ ແລະ ການຄ້າກ່າວວ່າ: ການປັບຄັ້ງນີ້ ເນື່ອງຈາກວ່ານໍ້າມັນເຊື້ອໄຟ ແມ່ນສິນຄ້າຍຸດທະສາດໜຶ່ງທີ່ລັດຄຸ້ມຄອງ, ແມ່ນສິນຄ້າທີ່ນອນຢູ່ໃນບັນຊີຄວບຄຸມຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຕາມລຳລັດ 474/ນຍ, ລົງວັນທີ 18/11/2010. ແມ່ນສິນຄ້າທີ່ສ້າງລາຍຮັບຕົ້ນຕໍເຂົ້າງົບປະມານຂອງລັດ ດ້ວຍການເກັບພາສີ ແລະ ອາກອນ ຈາກການນໍາເຂົ້າ ເມື່ອເປັນສິນຄ້າຄວບຄຸມ ຈຶ່ງມີການຄຸມຄ້ອງແຕ່ຂອດສ້າງຕັ້ງ, ຂອດນໍາເຂົ້າ, ຂອດຈໍາໜ່າຍ, ຄຸ້ມຄອງທາງດ້ານລາຄາ, ການໃຫ້ບໍລິການກ່ຽວກັບທຸລະກິດນໍ້າມັນເຊື້ອໄຟ ແລະ ເງື່ອນໄຂອື່ນໆ ຕາມນະໂຍບາຍຂອງລັດຖະບານໃນແຕ່ລະໄລຍະ. ນໍ້າມັນເຊື້ອໄຟໃນ ສປປ ລາວ ແມ່ນນຳເຂົ້າສຳເລັດຮູບ 100 ສ່ວນຮ້ອຍ, ເຊິ່ງປະລິມານການຊົມໃຊ້ແຕ່ລະປີແມ່ນສະເລ່ຍບໍ່ຫຼຸດ 1.000 ລ້ານລິດ/ປີ, ເຊິ່ງເປັນການໃຊ້ຈ່າຍເງິນຕາ ຢ່າງມະຫາສານ ແລະ ຍັງບໍ່ທັນໄດ້ບວກກາບການນໍາເຂົ້າສິນຄ້າປະເພດອື່ນໆ.
ຈາກການເໜັງຕີງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ໂດຍສະເລ່ຍ ລະຫວ່າງວັນທີ 30/04 -15/05/2018 ກັບລາຄາປະຕິບັດ ຄັ້ງວັນທີ 27/04/2018 ເຫັນວ່າ: ລາຄານໍ້າແອັດຊັງ (95) +0.0310ໂດລາ/ລິດ ຫຼື ຄິດເປັນ 5,4% ຈາກລາຄາ 0.5792 ໂດລາ/ລິດ ປັບເພີ່ມຂຶ້ນເປັນ 0.6102ໂດລາ/ລິດ, ນໍ້າມັນແອັດຊັງ (92)+0.0375 ໂດລາ/ລິດ ຫຼື ຄິດເປັນ 6,8% ຈາກລາຄາ 0.5536 ໂດລາ/ລິດ ປັບເພີ່ມຂຶ້ນເປັນ 0.5911ໂດລາ/ລິດ, ແລະ ການຊວນ (0,05) + 0.0153ໂດລາ/ລິດ ຫຼື 7,9% ຈາກ 0.5732 ໂດລາ/ລິດ ປັບເພີ່ມຂຶ້ນເປັນ 0.6188 ໂດລາ/ລິດ.
ຕໍ່ສະພາບການດັ່ງກ່າວ, ຖ້ານໍາໃຊ້ລາຄາສະເລ່ຍລະຫວ່າງ 30/4-15/5/2018 ມາຄິດໄລ່ໂຄງສ້າງ ລາຄານໍ້າມັນເຊື້ອໄຟຈະເຮັດໃຫ້ລາຄາຂາຍຍ່ອຍແອັດຊັງພິເສດເພີ່ມຂຶ້ນ 310 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ ເພີ່ມຂຶ້ນ 370 ກີບ/ລິດ ແລະ ນ້ຳມັນກາຊວນ ເພີ່ມຂຶ້ນ 410 ກີບ/ລິດ. ສະນັ້ນ, ເພື່ອບໍ່ໃຫ້ມີຜົນກະທົບຕໍ່ພື້ນຖານເສດຖະກິດກໍ່ຄືຜູ້ຊົມໃຊ້ ໃນກອງປະຊຸມນາຍົກ-ຮອງນາຍົກ ຄັ້ງວັນທີ 16/5/2018 ຜ່ານມາ ຈຶ່ງໄດ້ຕົກລົງເຫັນດີໃຫ້ຫຼຸດຄັງແຮ່ລົງ 200 ກີບ/ລິດ (ຈາກ 300 ເຫຼືອ 100 ກີບ/ລິດ) ເຊິ່ງໄດ້ຈັດຕັ້ງປະຕິບັດຄັ້ງວັນທີ 18/5/2018 ເຮັດໃຫ້ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟຢູ່ໃນລາຄາເກົ່າ (ຢູ່ນະຄອນຫຼວງວຽງຈັນແອັດຊັງເສດ 10.310 ກີບ/ລິດ, ແອັດຊັງທຳມະດາ 9.270 ກີບ/ລິດ ແລະ ການຊວນ 8.300 ກີບ/ລິດ)
Editor: ກຳປານາດ ລັດຖະເຮົ້າ