ໃນວັນທີ 17 ພຶດສະພາ 2018 ຜ່ານມາຢູ່ທີ່ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ຈັດປາຖະກະຖາເລົ່າມູນເຊື້ອວັນກໍາມະກອນສາມກົນ ຄົບຮອບ 132 ປີ. ເຊິ່ງໃຫ້ກຽດປາຖະກະຖາໂດຍ ທ່ານ ສີວິໄຊ ສີລີວົງ ປະທານສະຫະພັນກໍາມະບານເມືອງຄູນຄໍາ, ການປາຖະກາຖາ ຄັ້ງນີ້ ທ່ານ ໄດ້ຜ່ານປະຫວັດຄວາມເປັນມາ ແລະ ຄວາມສໍາຄັນຂອງວັນກໍາມະກອນສາກົນ ທີ່ສົ່ງຜົນກະທົບຕໍ່ກໍາມະ ກອນທົ່ວໂລກ ກໍ່ຄືໃນອິນດູຈີນ ແລະ ໃນລາວເຊິ່ງໃນທ້າຍສະຕະວັດທີ 18 ຫາຕົ້ນສະຕະວັດທີ 19 ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມຣິກາໄດ້ສໍາເລັດໃນການໂຄ້ນລົ້ມລະບອບສັກດີນາ, ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກໍາມະກອນຖືກກົດຂີ່ຂູດຮີດນັບມື້ນັບໜັກໜ່ວງ, ການອອກແຮງງານສຸດທີ່ລໍາບາກ ແລະ ມີຄວາມສຽງສູງຕໍ່ຊີວິດເນື່ອງຈາກລະ ບົບປ້ອງກັນໄພຂອງເຄື່ອງຈັກ ໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ້ມທະວີການບັງຄັບຂົ່ມເຫັງໃຫ້ກໍາມະກອນ ອອກແຮງງານໂດຍບໍ່ມີເວລາພັກຜ່ອນມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ການອອກແຮງງານໜັກຄ່າແຮງພັດຊໍ້າພັດຕໍ່າ, ການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ, ບໍ່ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ, ຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງ. ວັນທີ 01 ພຶດສະພາ 1886 ເປັນເທື່ອທໍາອິດໃນປະເທດອາເມຣິກາ ຢູ່ຕົວເມືອງຊິກຄາໂກ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ສົມທົບກັບເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກໍາມະກອນທີ່ວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ.
Editor: ກຳປານາດ ລັດຖະເຮົ້າ