ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານກວດກາພັກ - ລັດ ສູນກາງພັກ ພ້ອມດ້ວຍພັນລະຍາ, ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດຮອງນາຍົກລັດຖະມົນຕີ, ແລະ ທ່ານ ຄຳໝັ້ນ ສູນວີເລີດ ລັດຖະມົນຕີກະຊວງພາຍໃນ ລົງຢຽມຢາມເຮັດວຽກຢູແຂວງບໍ່ແກ້ວ ໃນທີ 16 ພຶດສະພາ 2018 ນີ້ ໂດຍກ່າວຕອບຮັບຢ່າງອົບອຸ່ນຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ຈຸດປະສົງແມ່ນເພື່ອເຂົ້າຮ່ວມງານພິທີ ວາງສີລະລຶກ ການກໍ່ສ້າງໂຄງການພຣະເຈົ້າໃຫຍ່ ພຣະພຸດທະຣັດຕະນາບາຣະມີສຣິບໍ່ແກ້ວ ເຊີ່ງປະດິດສັນຖານຢູ່ ພູໄຊ ຫົວຂອງບາຣະມີ ( ພູ 106 ) ເມືອຫ້ວຍຊາຍ ແຂວງບໍ່ແກ້ວ
ມາໃນວັນທີ 17 ພຶດສະພາ 2018 ໄດ້ມີພິທີວາງ ສີລາລຶກໂຄງການກໍ່ສ້າງ ພຣະເຈົ້າໃຫຍ່ ພຸດທະຣັດຕະນະບາຣະມີສຣີບໍ່ແກ້ວ ແມ່ນໄດ້ຈັດຂຶ້ນຢ່າງເປັນທາງການ ຢູ່ທີ່ ພູ ຫນຶ່ງສູນຫົກ (106) ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຝ່າຍສົງມີ ຍາທ່ານໃຫຍ່ ມະຫາງອນ ດໍາລົງບຸນ ປະທານອົງການສູນກາງພຸດທະສາສະຫນາສໍາພັນລາວ, ພ້ອມດ້ວຍພຣະເຖລານຸເຖລະ, ມີ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ພ້ອມດ້ວຍພັນລະຍາ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດຮອງນາຍົກລັດຖະມົນຕີ, ມີບັນດາທ່ານ ການນໍາພັກ-ລັດຂັ້ນສູນກາງ, ການນໍາຂັ້ນແຂວງ-ຂັ້ນເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂຄງການກໍ່ສ້າງພຣະເຈົ້າໃຫຍ່ ກໍ່ສ້າງຂຶ້ນທ່າມກາງການສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 35 ປີ, ໂຄງການກໍ່ສ້າງພຣະເຈົ້າໃຫຍ່ ປະດິດສະຖານຢູ່ ພູໄຊ ຫົວຂອງບາຣະມີ ຫລື (ພູ 106) ໂດຍແມ່ນຫ້ອງວ່າການແຂວງບໍ່ແກ້ວເປັນເຈົ້າຂອງໂຄງການ. ພຣະເຈົ້າອົງດັ່ງກ່າວ ແມ່ນພຣະປາງຊະນະມານ ໄດ້ນາມມາຈາກພຣະເຈົ້າແສນແຊ່ ໄດ້ປະດິດສະຖານຢູ່ວັດສີບຸນເຮືອງ ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ໃນປີ ພສ 2386 ຄສ 1843 ເຊິ່ງເປັນພຣະເຈົ້າທີ່ມີຄວາມໝາຍສໍາຄັນທາງພຸດທະສາສະໜາ ທີ່ມີຄວາມສວຍສົດງົດງາມ, ເປັນພຣະອົງທີ່ສັກສິດຄູ່ບ້ານຄູ່ເມືອງ, ມີບາຣະມີສູງ ເປັນສູນລວມຈິດໃຈຂອງປະຊາຊົນ.
ສະນັ້ນ ຄະນະນໍາຂອງແຂວງ ຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບ ສ້າງພຣະເຈົ້າໃຫຍ່ ໂດຍຖວາຍພະນາມ (ຕັ້ງຊື່)ວ່າ: ພຣະພຸດທະຣັດຕະນະບາຣະມີສຣີບໍ່ແກ້ວ ເຊິ່ງກໍານົດເອົາພູ 106 ເປັນຈຸດທີ່ຕັ້ງ ເພື່ອເປັນບ່ອນສັກກະລະບູຊາ, ເປັນສູນລວມຈິດໃຈຂອງຊາວພຸດທະສານິກະຊົນລາວ ກໍຄືຊາວແຂວງບໍ່ແກ້ວ, ສ້າງໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ສໍາຄັນທາງວັດທະນະທໍາ ຕິດພັນກັບທໍາມະຊາດ, ມູນເຊື້ອທາງດ້ານປະຫວັດສາດ. ເຊິ່ງມີສັດສ່ວນທີ່ຈະສ້າງໜ້າຕັດກວ້າງ ຈາກເຄົ່າຊ້າຍ ຫາ ເຄົ່າຂວາ 17,1 ແມັດ, ສູງຈາກຫນ້າແທ່ນ ເຖີງຈອມເກດ 25,2 ແມັດ, ລວມນໍ້າໜັກ 90,78 ໂຕນ.
ທ່ານ ຄໍາພັນ ເຜີຍຍະວົງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ ກ່າວວ່າ: ໂຄງການກໍ່ສ້າງພຣະເຈົ້າໃຫຍ່ ພຣະພຸດຕະນະບາລະມີສຮິບໍ່ແກ້ວ ທີ່ພູໄຊຫົວຂອງ ແຫ່ງນີ້ ແມ່ນສຸດທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດຂອງແຂວງ ເຊິ່ງເປັນໂຄງການທີ່ໄດ້ຜ່ານການສຶກສາ, ຄົ້ນຄວ້າ ແລະ ອອກແບບຢ່າງລະອຽດ ມາເປັນເວລາ 2 ປີ ກວ່າ, ໂດຍໄດ້ຮັບການສະໜັບສະໜູນ ເຫັນດີເຫັນພ້ອມ ຈາກລັດຖະບານ, ອົງການພຸດທະສາສະໜາສໍາພັນລາວ ແລະ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ກໍ່ຄືທ້ອງຖິ່ນ, ພິເສດແມ່ນໄດ້ຮັບການສະໜັບສະໜູນຈາກປະຊາຊົນບັນດາເຜົ່າ
Editor: ກຳປານາດ ລັດຖະເຮົ້າ