ໃນວັນທີ 15 ພຶດສະພາ 2018, ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ ຮ່ວມກັບບັນດາຕາງໜ້າຫ້ອງການ ແລະ ອຳນາດການປົກຄອງເມືອງເຊໂປນ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງມາກວກາບັນຫາການຄຸ້ມຄອງວຽກງານສິ່ງແວດລ້ອມ ພາຍໃນໂຮງງານ, ເນື່ອງຈາກວ່າໃນວັນທີ 10 ພຶດສະພາ2018 ທີ່ຜ່ານມາ ໄດ້ເກີດມີບັນຫາການສົ່ງຜົນກະທົບຕໍ່ສັດນໍ້າໃນຂົງເຂດຫວ້ຍກີ ບ້ານແກ້ງກີວ, ແກ້ງຫົວປາ, ມັນຈີ ເມືອງເຊໂປນ, ແຂວງສະຫວັນນະເຂດ, ໄດ້ຮັບຜົນກະທົບຕໍ່ສັດນໍ້າ ມີປາຕາຍ ຈໍາຫຼວງຫຼາຍ, ງົວຕາຍ 15 ໂຕ,ປະຊາຊົນບ້ານແກ້ງກິວ ໄດ້ເອົາປາທີ່ຕາຍແລ້ວມາປຸງແຕ່ງອາຫານເກີດຖອກທ້ອງ ຈໍານວນ 2 ຄົນ,
ດັ່ງນັ້ນ, ຫົວໜ້າແລະພະແນກ ພ້ອມພະນັກງານວິຊາການ, ຂະ ແໜງການຕ່າງໆໃນພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຮ່ວມກັບຕາງໜ້າຫ້ອງການຕ່າງໆພາຍໃນເມືອງ ຈຶ່ງໄດ້ລົງມາກວດກາແລະປຶກສາຫາລື ກັບທາງບໍລິສັດ ແລະ ການລົງມາກວດກາໃນຄັ້ງນີ້ ທາງຄະນະໄດ້ຮັບການຕ້ອນຮັບຈາກບໍລິສັດ ເປັນຢ່າງດີ ແລະ ໄດ້ນຳພາຄະນະໄປເບິ່ງ ແລະ ຢ້ຽມຢາມບາງສະຖານທີ່ ຂອງໂຮງງານ ຄື: ໄດ້ລົງໄປກວດກາຄອງລະບາຍນໍ້າເສຍຈຸດສຸດທ້າຍທີ່ຖືກປ່ອຍອອກ ຈາກໂຮງງານ, ກວດກາສະຖານທີ່ບ່ອນມ້ຽນສານເຄມີ ພາຍໃນໂຮງງານ, ກວດກາຄອງລະບາຍນໍ້າ ທີ່ຢູ່ພາຍໃນໂຮງງານ ແລະ ລົງກວດກາລະບົບອ່າງບໍາບັດ ນໍ້າເສຍ ແລະ ກວດກາສາງເກັບມ້ຽນສານເຄມີສຳລັບບໍາບັດນໍ້າເສຍ ແລະ ຜ່ານການກວດກາຢ້ຽມຢາມໂຮງງານກໍ່ສັງເກດເຫັນ ບາງບັນຫາກໍ່ຄືລະບົບການກໍ່ສ້າງໂຮງງານ ຍັງບໍ່ທັນສຳເລັດ, ລວມທັງອ່າງ ນໍ້າເສຍພາຍໃນໂຮງງານ ກໍ່ຍັງບໍ່ທັນສຳເລັດ, ເນື່ອງຈາກວ່າທາງໂຮງງານໄດ້ຈັດຊື້ເພື່ອເຂົ້າປ້ອນໂຮງ ງານຢ່າງຫຼວງຫຼາຍ ໄດ້ມີການປອກ ແລະ ຜ່ານພາຍໃນໂຮງງານ, ໄດ້ປະກອງໄວ້ໃນເດີ່ນຂອງໂຮງງານໂດຍບໍ່ມີສິ່ງປົກຫຸ້ມ ເນື່ອງຈາກໂຮງງານຍັງບໍ່ທັນໄດ້ທຳການຜະລິດ ແລະ ປຸງແຕ່ງ, ສະນັ້ນຈຶ່ງມີກອງໄມ້ຢູ່ຕາມເດີ່ນໂຮງງານ, ລະບົບການລະບາຍນໍ້າພາຍໃນໂຮງງານຍັງປ່ອຍໄປຕາມ ທໍາມະຊາດ ແລະ ໄຫຼຜ່ານການບໍາບັດຢ່າງເປັນລະບົບເນື່ອງ ຈາກວ່າລະບົບບໍາບັດນໍ້າເສຍຂອງທາງບໍລິສັດຍັງບໍ່ທັນສຳເລັດ ຈຶ່ງເຮັດໃຫ້ສິ່ງເສດເຫຼືອຈາກການກໍ່ສ້າງຍັງປະໄວ້ຢ່າງບໍ່ເປັນລະບຽບ, ບັນຫາທີ່ພົບແມ່ນໃນຄອງລະບາຍນໍ້າເສຍຈຸດບ່ອນລ້າງໄມ້ເຫັນວ່ານໍ້າມີສີແດງ, ຜ່ານການວັດແທກກໍ່ພົບວ່າຄ່າອົກຊີເຈນ ທີ່ລະລາຍໃນນໍ້າ ( DO ) ວັດແທກໄດ້ 3,90 ເຊິ່ງຕໍ່າກວ່າເກນມາດຖານແຫ່ງຊາດ ທີ່ລັດຖະບານ ກຳນົດ ແລະ ລຸ່ມລົງໄປປະມານ 80 ແມັດ ໄດ້ພົບເຫັນວ່າສິ່ງທີ່ມີຊີວິດອາໄສຢູ່ເປັນຕົ້ນແມ່ນປາ ຍັງສາມາດດຳລົງຊີວິດຢູ່ໄດ້ ແຕ່ວ່າຍັງມີຄວາມສ່ຽງເພາະວ່າມີໄມ້ວິກທີ່ແຈກຢາຍພາຍໃນໂຮງງານຢູ່ ໃນກາງແຈ້ງທີ່ຈະກໍ່ເກີດຜົນກະທົບໃນເວລາຝົນຕົກ, ຕໍ່ກັບບັນຫາດັ່ງກ່າວ ທາງຄະນະ ໄດ້ລົງມາກວດກາກໍ່ໄດ້ປຶກສາຫາລື ແລະ ແລກປ່ຽນກັບທາງບໍລິສັດ ເພື່ອໃຫ້ທາງບໍລິສັດນຳໄປ ຈັດຕັ້ງປະຕິບັດ ໃນຕໍ່ໜ້າ, ເຊິ່ງທາງແຂວງເພິ່ນກໍ່ໄດ້ສະເໜີໃຫ້ທາງບໍລິສັດແກ້ໄຂບັນຫານໍ້າເສຍ ທີ່ເກີດຈາກການຊະລ້າງເສດໄມ້ບົດ ແລະ ຫ້າມປ່ອຍນໍ້າລົງສູ່ແຫຼ່ງນໍ້າທຳມະຊາດ ໃນຊ່ວງໄລຍະ ທີ່ອ່າງບຳບັດນໍ້າເສຍຂອງໂຮງງານຍັງບໍ່ສຳເລັດ, ສະເໜີບໍລິສັດ ຕ້ອງໄດ້ຊອກວິທີແກ້ໄຂເພື່ອບໍ່ໃຫ້ນໍ້າດັ່ງກ່າວ ໄຫຼອອກສູ່ພາຍນອກໂຮງງານ, ຖ້າອ່າງບໍາບັດນໍ້າເສຍສໍາເລັດ, ສະເໜີໃຫ້ທາງບໍລິສັດນໍ້າເສຍທີ່ເກີດຂື້ນພາຍໃນໂຮງານ ຕ້ອງໄດ້ເຂົ້າສູ່ລະບົບການບຳບັດນໍ້າເສຍທັງໝົດ, ນອກນັ້ນ ບໍລິສັດ ຕ້ອງຮັບປະກັນການບຳບັດ ແລະ ການປ່ອຍນໍ້າເສຍໃຫ້ໄດ້ຕາມມາດຖານສິ່ງແວດລ້ອມກຳນົດໄວ້,ສະເໜີໃຫ້ທາງບລິສັດ ຕິດຕາມ, ກວດກາຄຸນນະພາບນໍ້າໃຫ້ເປັນປົກກະຕິ, ຕາມທີ່ລະບຸໄວ້ໃນບົດປະເມີນຂອງສິ່ງແວດລ້ອມເດືອນລະ 1 ຄັ້ງ, ໂດຍສົມທົບກັບຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມເມືອງ ໃນການເກັບກຳກວດກາ ແລະ ເກັບຕົວ ຢ່າງຄຸນນະພາບ ຂອງນໍ້າເພື່ອມາຫ້ອງທົດລອງ ແລະ ກ່ອນຈະປ່ອຍນໍ້າເສຍ ຕ້ອງໄດ້ຮັບອະນຸຍາດຈາກໜ່ວຍງານທີ່ຮັບຜິດຊອບເສຍກ່ອນແລະ ໃນກໍລະນີສຸກເສີນຕ້ອງໄດ້ມີການລາຍງານໃຫ້ໜ່ວຍງານຮັບຜິດຊອບຢ່າງເປັນປົກກະຕິ, ກໍລະນີຝົນຕົກ ຢາກໃຫ້ທາງບໍລິສັດ ສົມທົບກັບຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ເກັບກຳຕົວຢ່າງຄຸນນະພາບນໍ້າ, ທາງຄະນະໄດ້ສະເໜີແນະນໍາໃຫ້ທາງບໍລິສັດ ໄດ້ຕົກລົງເຫັນດີທີ່ຈະນໍາໄປຈັດຕັ້ງປະຕິບັດຮ່ວມມື ກັບອຳນາດການປົກຄອງເມືອງ ໃນການຕິດ ຕາມກວດກາ ເພື່ອບໍ່ໃຫ້ເກີດຜົນກະທົບ ຕໍ່ສະພາບແວດລ້ອມ, ຜ່ານການປຶກສາຫາລືໃນການກວດກາໃນຄັ້ງນີ້ ແມ່ນໄດ້ເຫັນດີ ແລະ ເປັນເອກະພາບກັນ ລະຫວ່າງ ບໍລິສັດແລະຄະນະທີມງານທີ່ໄດລົງມາກວດກຮ່ວມເຊັນບົດບັນທຶກ
ແຫລງຂ່າວຈາກທີມຂ່າວເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ