ເພື່ອສຶບຕໍ່ຜັນຂະຫຍາຍແຜນຍຸດທະສາດການສຶກສາຂອງລາວທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ໂດຍຕິດພັນກັບການຊຸກຍູ້ ແລະ ສົ່ງເສີມຂະຫຍາຍວຽກງານຕາໜ່າງການສຶກສາຂອງສົງເວົ້າລວມເວົ້າສະເພາະຢູ່ແຂວງຈຳປາສັກ ກໍ່ຄືເມືອງຊະນະສົມບູນ. ໃຫ້ໄດ້ຮັບການພັດທະນາດີຂື້ນເທື່ອລະກ້າວ. ດັ່ງນັ້ນທາງອົງການພຣະພຸດທະສາດສະໜາສຳພັນລາວ ເມືອງຊະນະສົມບູນ. ຈຶ່ງໄດ້ປະສານສົບທົບກັບອົງການພຣະພຸດທະສາດສະນາສຳພັນລາວເຂດສົງສະຜ່າຍ. ຮ່ວມກັນເປີດກອງປະຊຸມຄົ້ນຄວ້າປຶກສາຫາລື ເພື່ອວາງແຜນການບູລະນະໂຮງຮຽນມັດທະຍົມຕົ້ນສົງສະຜ່າຍ ຫຼັງເກົ່າ ແລະ ກະກຽມຕຽມຄວາມພ້ອມວາງແຜນການກໍ່ສ້າງໂຮງຮຽນມັດທະມົມຕົ້ນສົງຫຼັງໃໝ່. ເຊີ່ງກອງປະຊຸມດັ່ງກ່າວໄດ້ມີຂື້ນໃນບ່າຍຂອງວັນທີ 16 ພຶດສາພາ 2018 ຜ່ານມານີ້, ຢູ່ທີວັດຄຸ້ມສະຜ່າຍກາງ.ບ້ານໃຫ່ຍຕົວເມືອງນ້ອຍສະຜ່າຍ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸບັນ ໄຕໄຊຍະວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຊະນະສົມບູນ, ພຣະອາຈານ ຄໍາພັກ ພົມມະໄຊ ຮອງປະທານ ອົງການພຣະພຸດທະສາດສະໜ້າສຳພັນລາວ ແຂວງຈຳປາສັກ, ປະທານ ອພສ ເມືອງຊະນະສົມບູນ. ພ້ອມດ້ວຍ ພຣະອາຈານ ບົວແກ້ວ ແກ້ວວົງສາ ຮອງປະທານ ອພສ ເມືອງ, ປະທານ ອພສ ເຂດສົງສະຜ່າຍ ທັງເປັນຜູ້ອຳນວຍການໂຮງຮຽນມັດທະຍົມຕົ້ນສົງສະຜ່າຍ, ມີພາກສ່ວນທີ່ກ່ຽວຂ້ອງຂອງເຂົ້າຮ່ວມຢ່າງພ້ອມພຽງ.
ພາຍໃນກອງປະຊຸມຄະນະປະທານ ແລະ ໜ່ວຍງານຕ່າງໆທີ່ເຂົ້າຮ່ວມຕ່າງກໍ່ໄດ້ປະກອບຄຳເຫັນສະເໜີກຽວກັບການກຳນົດສະຖານທີ່ຕັ້ງກໍ່ສ້າງໂຮງຮຽນມັດທະຍົມຕົ້ນສົ່ງຫຼັງໃໝ່ ເຊີ່ງຫາງສຽງສ່ວນຫຼາຍໃນທີ່ປະຊຸມແມ່ນໄດ້ກຳນົດເລືອກເອົາສະຖານທີ່ຕັ້ງ 2 ຈຸດໃຫ່ຍ ຄື: 1.ວັດຄຸ້ມສະຜ່າຍ ໂພໄຊ ແລະ 2.ວັດຄຸ້ມສະຜ່າຍ ໂພນແກ້ວ ທີ່ຂື້ນກັບບ້ານໃຫ່ຍຕົວເມືອງນ້ອຍສະຜ່າຍ ກຸ່ມ 5 ເມືອງຊະນະສົມບູນ ພ້ອມທັງຮັບຮອງເຂົ້າໃນແຜນການ. ເຊີ່ງພາຍຫຼັງທີ່ສຳເລັດກອງປະຊຸມ ຄັ້ງນີ້:ອົງການພຣະພຸດທະສາດສະໜ້າສຳພັນລາວເມືອງຊະນະສົມບູນ ຈະນຳຂື້ນໄປສະເໜີ ໃຫ້ກັບອົງການພຣະພຸດທະສາດສະໜ້າສຳພັນລາວແຂວງຈຳປາສັກ ເພື່ອຄົ້ນຄວ້າພິດຈາລະນາແລ້ວກຳນົດສະຖານທີ່ຕັ້ງໂດຍອິງຕາມເງື່ອອນໄຂ ແລະ ຈຸດພິເສດດສະພາບແວດລ້ອມຕ່າງໆຂອງທ້ອງຖີ່ນວ່າມີຄວາມເໝາະສົມເພື່ອເອື້ອອຳນວຍຄວາມສະດວກທາງດ້ານຕ່າງໆໃຫ້ກັບນັກຮຽນສົງທີ່ຈະເຂົ້າມາສຶກສາຮ່ຳຮຽນໃນອານາຄົດ ແລະ ສົມທົບກັບອຳນາດການປົກຄອງເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນເມືອງດຳເນີນໄປຕາມຂັ້ນຕອນ. ສ່ວນໂຮງຮຽນມັດທະຍົມຕົ້ນສົງຫຼັງເກົ່າ ຍັງຈະໄດ້ສຶບຕໍ່ບູລະນະຮັກສາໄວ້ເປັນຢ່າງດີ ເພື່ອໝູນໃຊ້ສ້າງຄຸນປະໂຫຍດໃຫ້ກັບອົງການພຣະພຸດທະສາດສະໜາເມືອງ ໃນຕໍ່ໜ້າອິກດ້ວຍ.
ຖວທ ເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ