ໃນວັນທີ 15 ພຶດສະພາ 2018 ຜ່ານມານີ້, ຄຸ້ມຜານົກແຊວ ໄດ້ຈັດພິທີປກາດການແຍກບ້ານຖໍ້າຈົກ ອອກເປັນສອງບ້ານ ຄຶ: ບ້ານຖໍ້າຈົກ ແລະ ບ້ານຜານົກແຊວ ຂື້ນຢ່າງເປັນທາງການ ໃນພິທີດັ່ງກ່າວ ເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຮີນທອງ ດວງຈັນສຸກ ກໍາມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງຊໍາໃຕ້ ພ້ອມດ້ວຍຫ້ອງການທີກຽ່ວຂ້ອງຂອງເມືອງ ແລະ ເລຂາຄະນະພັກກຸ່ມບ້ານເກສອນ ຕະຫຼອດຮອດພໍ່ແມ່ປະຊາຊົນບ້ານນາແຊວ ເຂົ້າຮ່ວມຢາງພ້ອມພຽງ
ໃນພີທີ ທ່ານນາງ ລໍາພີນ ໝູນຄໍາໄຟ ກໍາມະການພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງ ຊໍາໃຕ້ ໄດ້ຂື້ນຜ່ານຂໍ້ຕົກລົງ ສະບັບເລກທີ 531/ຈຂ,ລົງວັນທີ 10 ເມສາ 2018 ວ່າດ້ວຍການແຍກບ້ານ ແລະ ສ້າງຕັ້ງບ້ານໃໝ່ ຄື: ບ້ານຖໍາຈົກ ແລະ ບ້ານຜານົກແຊວ, ກຸ່ມບ້ານກະສອນ. ຄຸ້ມບ້ານຜານົກແຊວ ໃນເມື່ອກອນ ຂື້ນກັບບ້ານຖໍ້າຈົກ ແຕ່ເຫັນວ່າມີຄວາມຫ້ຍຸງຍາກໃນການເຕົ້າໂຮມ,ຮ່ວມຊີວິດພາຍໃນບ້ານ, ການໄປມາຫາສູ້ກັນພົບຄວາມຫຸຍງຍາກ, ດັ່ງນັ້ນ ມາໃນວັນທີ 15 ພຶດສະພາ ປີ 2018 ນີ້ ໄດ້ຈັດພິທີປະກາດແຍກບ້ານ ຄຸ້ມຜານົກແຊວ ອອກຈາກ ບ້ານຖໍ້າຈົກ ເປັນບ້ານເອກະລາດ ຂື້ນກັບເມືອງ ເຊີ່ງເປັນບ້ານ ທີ 92 ຂອງເມືອງຊໍາໃຕ້, ບ້ານຜານົກແຊວ ປະກອບມີ 46 ຄອບຄົວ, ພົນລະເມືອງ 357 ຄົນ, ຍິງ 170 ຄົນ,. ບ້ານຜານົກແຊວ ເປັນ ຊົນເຜົ່າມົງ 100 ສ່ວນຮ້ອຍ, ໃນຕອນທ້າຍພິທີ ທ່ານ ຮີນທອງ ດວງຈັນສຸກ ກໍາມະການພັກແຂວງ ເລຂາ ພັກເມືອງ ເຈົ້າເມືອງຊໍາໃຕ້ ຍັງໄດ້ມີຄໍາຄິດຄໍາເຫັນໂອລົມຕັກເຕືອນກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພໍ່ແມ່ປະຊາຊົນທີ່ຍາດມາໄດ້ໃນໄລຍະຜ່ານມາ ເຊັ່ນ: ມີຄວາມສາມັກຄີພາຍໃນບ້ານຢ່າງ ແໝ້ນແຟນ, ຄວາມຄວາມດຸໝັ່ນຫ້າວຫັນເຮັດໃຫ້ຊີວິດການເປັນຢູ່ດີຂື້ນເລື້ອຍໆ. ນອກຈາກນີ້, ທ່ານຍັງໄດ້ເນັ່ນໜັກຕື້ມວ່າ ໃຫ້ພໍ່ແມ່ປະປະຊາຊົນ ບ້ານຜານົກແຊວ ສ້າງຄວາມສາມັກຄີ ໃຫ້ໜັກແໜ້ນຂືນຕື້ມ, ມີຄວາມບຸກບືນດຸໝັ່ນຫ້າວຫັນສ່າງເສດຖະກິດຄອບຄົວໃຫ້ດີຂື້ນ, ມີສະຕິລະວັງຕົວຕໍ່ກົນອຸບາຍຕໍ່ພວກຄົນບໍ່ດີທີວັງທໍາລາຍ ຫຼື ໂຄສະນາຕ່າງໆທີ່ຄັດກັບກົດມາຍບ້ານເມືອງ.
ຂອບໃຈທີມຂ່າວ ຖວທ ເມືອງຊໍາໄຕ້
Editor: ກຳປານາດ ລັດຖະເຮົ້າ