ຢູ່ສະໂມສອນຫ້ອງວ່າການເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນກໍາມະບານເມືອງ ຄັ້ງທີ 1 ສະໄໝທີ 6 ຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ຄໍາຟອງ ໄຊທິບຸດ ກໍາມະການພັກເມືອງ, ປະທານຄະນະບໍລິຫານງານ ສະຫະພັນກໍາມະບານເມືອງເຊໂປນ ພ້ອມຄະນະ, ມີບັນດາທ່ານໃນຄະນະບໍລິຫານງານສະຫະພັນກໍາມະບານເມືອງ, ເລຂາຄະນະຮາກຖານ, ໜ່ວຍ, ຫົວໜ້າ, ຄະນະຫ້ອງການ ເຂົ້າຮ່ວມ
ໃນກອງປະຊຸມ ສະຫາຍນາງ ຕຽງຄໍາ ລຸນເພັງສີ ຮອງປະທານສະຫະພັນກໍາມະບານເມືອງຂື້ນຜ່ານບົດສະຫລຸບຮອບດ້ານ ຂອງຫ້ອງການສະຫະພັນກໍາມະບານເມືອງ ສົກ2017-2018 ແລະທິດທາງແຜນການສົກ 2018-2019, ຊຸມປີຜ່ານມາ ສະຫະພັນກໍາມະບານເມືອງ ກໍ່ສາມາດຍາດໄດ້ຜົນງານພົ້ນເດັ່ນຫລາຍດ້ານ ໃນ 5 ວຽກງານ ໂດຍສະເພາະວຽກງານການສຶກສາອົບຮົມການເມືອງແນວຄິດ, ວຽກງານການຈັດຕັ້ງ, ກໍ່ສ້າງພະນັກງານ ແລະ ວຽກງານກວດກາ, ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ, ວຽກງານຂະບວນການແຂ່ງຂັນແລະ ຍ້ອງຍໍ ແລະ ວຽກງານບໍລິຫານແມ່ນໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໄດ້ເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ກົດລະບຽບກອງທຶນໃຫ້ສະມາຊີກກໍາມະບານຮາກຖານ ໄດ້ 7 ຮາກຖານ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອຄວາມເປັນມາ ທີ 1 ກຸມພາ ວັນສ້າງຕັ້ງກໍາມະບານລາວ, ວັນທີ 1 ພຶດສະພາວັນກໍາມະກອນສາກົນ ແລະ ວັນສໍາຄັນອື່ນໆ ໄດ້ 8 ຄັ້ງ ມີຜູ້ເຂົ້າຮ່ວມ 238 ເທື່ອຄົນ, ທົ່ວເມືອງເຊໂປນ ມີ 31 ຮາກຖານ, 61 ໜ່ວຍ, ມີສະມາຊີກກໍາມະບານ 851 ສະຫາຍ,ຍີງ426 ເພີ່ມຂື້ນ 17 ສະຫາຍ, ຍີງ 2 ເທົ່າ 57 ສ່ວນຮ້ອຍ, ກໍາມະບານຮາກຖານໄດ້ຮັບການປັບປຸງສໍາເລັດ 7 ຮາກຖານ, ສຶບຕໍ່ປັບປຸງ 2 ຮາກຖານ, ວຽກງານກອງທຶນທົ່ວແຂວງສະຫວັນນະເຂດ ມີສະມາຊີກກອງທຶນ 2 ຫມື່ນກວ່າຄົນ, ໃນນັ້ນເມືອງເຊໂປນ ເຂົ້າສະມາຊີກກອງທຶນທະນຸເຄາະ ຈໍານວນ 893 ສະຫາຍ, ຍີງ 418 ເພີມຂື້ນ 47 ສະຫາຍ, ຍີງ 19 ສະຫາຍ, ກໍລະນີສະມາຊີກເສຍຊີວິດ ເກັບນໍາສະມາຊີກ ເລກທີ 1 ຈໍານວນ 9,000 ກີບຕໍ່ຄົນ, ສົກປີ 2017 ໄດ້ມອບເງີນທະນຸເຄາະໃຫ້ສະຫະພັນກໍາມະບານແຂວງ ເລກທີ 01-55 ຈໍານວນ 371 ລ້ານ 824,000 ກີບ, ໃນປີ 2018 ມອບຮອດເລກທີ 18 ເປັນເງີນ 135 ລ້ານ 189,000 ກີບ, ປະຕິບັດນະໂຍບາຍກອງທຶນຕໍ່ຄອບຄົວສະມາຊີກ 5 ສົບ ຈໍານວນ 148 ລ້ານກີບ, ປະຕິບັດນະໂຍບາຍເກີດລູກ ແລະ ເຈັບເປັນ 73 ຄົນ ຈໍານວນ 40 ລ້ານ 302,000 ກີບ, ມອບເງີນກອງທຶນກໍາມະບານອາຊີບ (ສະເພາະແຂວງ) 6 ເລກທີ ຈໍານວນ 2 ລ້ານ 130,000 ກີບ, ປີ 2017 ໄດ້ຮັບເງີນບໍລິຫານ11 ລ້ານກີບ, ຮັບເງີນບໍາລຸງ ທີ່ເຫລືອຈາກຫັກໃຫ້ຮາກຖານ ແລະ ສະຫະພັນກໍາມະບານແຂວງ 11 ລ້ານ 730,000 ກີບ, ວຽກງານການຍ້ອງຍໍຕໍ່ກັບຜົນງານດັ່ງກ່າວສາມາດຄັດເລືອກຕົວເດັ່ນ ແລະ ມອບໃບຍ້ອງຍໍກໍາມະບານຮາກຖານດີເດັ່ນ ຈໍານວນ 27 ຮາກຖານ, ບຸກຄົນດີເດັ່ນ 1,091 ຄົນ, ຍີງ 452 ຄົນ, ສະມາຊີກກໍາມະບານ ໄດ້ຮັບໃບຍ້ອງຍໍຈາກທ່ານເຈົ້າແຂວງ 100 ຄົນ, ຍີງ 28 ຄົນ, ສະມາຊີກກໍາມະບານໄດ້ຮັບໃບຍ້ອງຍໍຈາກສະຫະພັນກໍາມະບານແຂວງ 446 ຄົນ, ຍີງ156 ຄົນ, ສະມາຊີກກໍາມະບານ ໄດ້ຮັບໃບຊົມເຊີຍຈາກສະຫະພັນກໍາມະບານແຂວງ 545 ຄົນ, ຍີງ 268 ຄົນ,ຈາກນັ້ນໃນກອງປະຊຸມກໍ່ໄດ້ປືກສາຫາລືປະກອບ ຄໍາຄິດຄໍາເຫັນເຈາະຈີ້ມບັນຫາຕ່າງໆໂດຍສະເພາະການເກັບເງີນກອງທຶນທະນຸເຄາະນໍາສະມາຊີກ, ບຸກຄົນ,ໜ່ວຍ, ຮາກຖານເພື່ອໃຫ້ທ່ວງທັນກັບແຈ້ງການຂອງແຂວງ ແລະ ຂໍ້ສະເໜີອື່ນໆຢ່າງກົງໄປກົງມາ
Editor: ກຳປານາດ ລັດຖະເຮົ້າ