ເພື່ອເປັນການພັດທະນາໂຄງລາງພື້ນຖານ ໂດຍສະເພາະແມ່ນອາຄານ,ຫ້ອງການ ທີ່ເປັນບ່ອນປະຕີບັດໜ້າທີ່ວຽກງານການເມືອງແນວຄິດ ແລະ ວິຊາສະເພາະຂອງພະນັກງານເມືອງໃຫ້ມີການເຕີ່ມໃຫຍ່ຂະຫຍາຍໂຕ ມີຄວາມສະດວກໃນການພົວພັນປະສານງານ ຂອງປະຊາຊົນບັນດາເຜົ່າ ແລະ ຂະແໜງການຂອງບ້ານ ດ້ວຍຄວາມເປັນຫ່ວງເປັນໄຍ ຂອງຂັ້ນເທີງ ກໍ່ຄືພັກ-ລັດ, ຈື່ງໄດ້ລົງທຶນຢ່າງຫຼວງຫຼາຍ ເພື່ອປຸກສ້າງຫ້ອງການປົກຄອງເມືອງລ້ອງແຈ້ງ, ແຂວງໄຊສົມບູນ ຫຼັງໃໝ່ພາຍໃຕ້ການເປັນເຈົ້າຂອງໂຄງການ ຂອງຫ້ອງວ່າການປົກຄອງແຂວງໄຊສົມບູນ ໂດຍບໍລິສັດ ວິເຄກໍ່ສ້າງຈໍາກັດ ເປັນຜູ້ຮັບເໝົ່າກໍ່ສ້າງ ໃນມູນຄ່າ 17 ຕື້ກວ່າລ້ານກີບ, ໂດຍແມ່ນທຶນຂອງລັດຖະບານ 100% ສ່ວນງົບປະມານນັ້ນແມ່ນທັງບໍລິສັດຈະເປັນຜູ້ຈ່າຍກ່ອນ ຊື່ງມີໜ້າວຽກໃຫຍ່ ທັງໝົດດັ່ງນີ້:
1. ປັບເດີ່ນ
2. ກໍ່ສ້າງອາຄານປະເພດ 2 ຊັ້ນ
3. ເດີນໄຟຟ້າ, ເຄື່ອງປັບອາກາດ
4. ປະກອບເຄື່ອງເຟີນີເຈີ
5. ວາງທໍ່ນໍ້າປະປາ
6. ກໍ່ສ້າງກໍາແພງອ້ອມຮອບ ແລະ ວຽກອື່ນໆອີກຈໍານວນໜື່ງ.
ໂຄງການດັ່ງກ່າວນີ້ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ມາແຕ່ ວັນທີ 3 ກັນຍາ 2017 ເປັນຕົ້ນມາ ເປັນອາຄານປະເພດ 2 ຊັ້ນ ໂຄງລ່າງພື້ນຖານ ແມ່ນເທດ້ວຍເບຕົ່ງເສີມເຫຼັກ, ກໍ່ຝາດ້ວຍດິນຈີ, ໂຄງຫຼັງຄາເຫຼັກ ມຸ້ງດ້ວຍສີ່ແພັກ ມີເນື້ອທີ່ອາຄານທັງໝົດ 17,000 ຕາແມັດ, ກ້ວາງ 36 ແມັດ ແລະ ຍາວ 44,5 ແມັດ,
ພ້ອມນີ້ ທ່ານ ຊາຍຄໍາຮູ້ ແສງຄໍາຢອງ ວິຊາການໂຄງການ ລາຍງານໃຫ້ຮູ້ຕື່ມອີກວ່າ: ມາຮອດກາງເດືອນ ພືດສະພາ 2018 ນີ້ ແມ່ນໄດ້ສໍາເລັດແລ້ວ 30 ສ່ວນຮ້ອຍ, ໃນນັ້ນໄດ້ປັບເດີ່ນສະເພາະບ່ອນກໍ່ສ້າງອາຄານ, ຮາກຖານເສົາຕໍມໍ ແລະ ເລີ່ມເທພື້ນຊັ້ນທີສອງ ແລະ ຄາດຄະເນວ່າ ຈະກໍ່ສ້າງໃຫ້ສໍາເລັດໃນຕົ້ນປີ 2020 ທີ່ຈະມາເຖີງໃນຕໍ່ໜ້ານີ້.
ແຫລ່ງຂ່າວໂດຍ: ອານຸສອນ ຈັນທະວີໄຊ ນັກຂ່າວເມືອງລ່ອງແຈ້ງ
Editor: ກຳປານາດ ລັດຖະເຮົ້າ