ວັນທີ 15 ພຶດສະພາ 2018 ຜ່ານມານີ້, ຢູ່ທີ່ເດີ່ນສະໂມສອນ ຂອງເມືອງວັງວຽງ ແຂວງວຽງຈັນ. ໄດ້ມີພິທີສ້າງຂະບວນການ ອານາໄມນ້ຳຊອງຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຈັນ ມາລາວົງ ຮອງເຈົ້າເມືອງວັງວຽງ, ມີບັນດາທ່ານ ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງ, ນາຍບ້ານແຕ່ລະບ້ານ, ກຸ່ມເຮືອກາຍັກ, ກຸ່ມກົງເບັງ, ກຸ່ມເຮືອຈັກຫາງຍາວນຳທ່ຽວ ພ້ອມດ້ວຍ ພໍ່ແມ່ປະຊາຊົນພາຍໃນເມືອງເຂົ້າຮ່ວມ.
ທ່ານ ບຸນຈັນ ມາລາວົງ ຮອງເຈົ້າເມືອງວັງວຽງ ໄດ້ໃຫ້ກຽດຂຶ້ນກ່າວເປີດງານ ການອານາໄມນ້ຳຊອງ ໃນຄັ້ງນີ້ວ່າ: ເນື່ອງຈາກວ່ານ້ຳຊອງເປັນສາຍນ້ຳ ທີ່ມີຄວາມສຳຄັນຫຼາຍ ປຽບເໝືອນເສັ້ນເລືອດໃຫຍ່ຂອງຊາວເມືອງວັງວຽງ ໃນການການພັດທະນາເສດຖະກິດ ທາງດ້ານການທ່ອງທ່ຽວ ບັນດາກິດຈະກຳທາງນ້ຳ ເປັນຕົ້ນແມ່ນ ກິດຈະກຳລ່ອງເຮືອກາຍັກ, ລ່ອງກົງເບັງ, ຂີ່ເຮືອຈັກຫາງຍາວ ທ່ຽວຊົມທຳມະຊາດ ເຊິງເປັນທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ ເມືອງວັງວຽງ ນັບມື້ຫຼາຍຂື້ນພ້ອມນັ້ນ ກໍ່ເປັນການສ້າງລາຍຮັບ ເສດຖະກິດຄອບຄົວໃຫ້ກັບພໍ່ແມ່ປະຊາຊົນ ຊາວເມືອງວັງວຽງ. ໃນການອານາໄມຄັ້ງນີ້ ແມ່ນສະມະຄົມຮ້ານອາຫານ ເຮືອນພັກ ເປັນເຈົ້າພາບໃນການ ພົວພັນປະສານສົມທົບ ກັບບັນດາຫ້ອງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວັດລ້ອມເມືອງ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງວັງວຽງ ໃນການຈັດຕັ້ງປະຕິບັດ ສ້າງຂະບວນການເຮັດອານາໄມ ລຽບຕາມແຄມນ້ຳຊອງ ແລະ ເພື່ອເປັນການ ເກັບມ້ຽນຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເປັນຕົ້ນແມ່ນ ບັນດາເສດກະປ໋ອງ, ແກ້ວ, ຖົງຢາງປະລາສະຕິກ, ກິ່ງໄມ້ ແລະ ອື່ນໆ, ທີ່ຢູ່ລຽບຕາມ 2 ຝາກຝັ່ງຂອງແມ່ນ້ໍາຊອງ. ນັບແຕ່ ບ້ານວຽງສະໄໝ ຈົນຮອດບ້ານເມືອງຊອງ ( ລີຊອດຖ້ຳຈັງ) ໂດຍໄດ້ມີການແບ່ງເປັນຈຸດອານາໄມ ເພື່ອເຮັດໃຫ້ຂອບເຂດບໍລິເວນສາຍນ້ຳຊອງມີຄວາມສະອາດງາມຕາ, ມີຄວາມເປັນລະບຽບຮຽບຮ້ອຍ, ພ້ອມນັ້ນກໍ່ເປັນການປຸກຈິດສຳນຶກໃຫ້ແກ່ຊາວເມືອງ ຈົ່ງພ້ອມໃຈກັນ ອະນຸລັກປົກປັກຮັກສາສາຍນ້ຳຊອງ ດ້ວຍການບໍ່ຖິ້ມສິ່ງເສດເຫຼືອຊະຊາຍລົງໃສ່ນ້ຳຊອງ, ບໍ່ປ່ອຍນ້ໍາເສຍລົງສູ່ຫ້ວຍຮ່ອງ ໂດຍບໍ່ໄດ້ຮັບການບໍາບັດ, ບໍ່ຕັດໄມ້ລຽບຕາມບໍລິເວນນ້ຳຊອງ ແລະ ປ່າຍອດນ້ຳ.
ເພື່ອເຮັດໃຫ້ນ້ຳຊອງຢູ່ຄູ່ກັບຊາວເມືອງວັງວຽງຕະຫຼອດໄປ ໃຫ້ສົມກັບຄຳຂວັນຂອງເມືອງ ທີ່ວ່າ “ ວັງວຽງ ມີສາຍນ້ຳໄຫຼ ປ່າໄມ້ສີຂຽວ ທ່ອງທ່ຽວປອດໄພ ນ້ຳໃຈຊາວເມືອງປະເສີດ“ ແລະໃຫ້ສອດຄ່ອງກັບຄຳຂວັນ 4 ສໍ ຂອງເມືອງວາງອອກ ຄື: ( ສໍ ສະຫງົບ, ສໍ ສີຂຽວ, ສໍ ສະອາດ ແລະ ສໍ ສະເໜ ).
ກິດຈະກໍາດັ່ງກ່າວນີ້ ແມ່ນໄດ້ຈັດຂຶ້ນທຸກໆປີ ເຊິ່ງໃນປີ 2018 ທີນີ້ ກຸ່ມກົງເບັງ ເປັນເຈົ້າພາບໃນການຈັດຕັ້ງປະຕິບັດ ສ້າງຂະບວນການເຮັດອານາໄມລຽບຕາມແຄມນ້ຳຊອງ
ແຫລ່ງຂ່າວ ທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ