ໃນວັນທີ 15 ພຶດສະພາ 2018 ບ້ານພັດທະນານໍ້າໃສທ່າ ເມືອງປະທຸມພອນ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 3 ປີ ຄັ້ງທີ 7 ສົກ 2015-2017 ແລະ ທິດທາງແຜນການ 5 ປີ (2018-2022) ຂຶ້ນຢ່າງເປັນທາງການຢູ່ທີ່ວັດບ້ານດັ່ງກ່າວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາເຜືອກ ທອງຄໍາ ເລຂາພັກເມືອງ ເຈົ້າເມືອງໆປະທຸມພອນ, ມີ ທ່ານ ບຸນເຮັ່ງ ສູນທະກູນ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການປ້ອງກັນຊາດເມືອງ ທັງເປັນຜູ້ຊີ້ນຳກຸ່ມ 2 ບ້ານມ່ວງ, ມີກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາຄະນະພັກຮາກຖານກຸ່ມ 2 ບ້ານມ່ວງ, ແຂກຖືກເຊື້ອເຊີນ ຕະຫຼອດຮອດອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ກິແກ້ວ ລະໄລ ເລຂາພັກບ້ານ ນາຍບ້ານພັດທະນານໍ້າໃສທ່າ ກໍ່ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມຂຶ້ນຜ່ານບົດສະຫຼຸບຕີລາຄາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 3 ປີ ຄັ້ງທີ 7 ສົກ 2015-2017 ເຊີ່ງທ່ານໄດ້ຍົກໃຫ້ເຫັນ ທີ່ຕັ້ງ ສະພາບຈຸດພິເສດທາງດ້ານເສດຖະກິດຂອງບ້ານ ໂດຍພາຍໄຕ້ການຊີ້ນຳ-ນໍາພາ ຂອງອໍານາດການປົກຄອງບ້ານ ໃນໄລຍະ 3 ປີຜ່ານມາ ທີ່ມີຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ເປັນທີ່ໜ້າພູມໃຈ ເຊິ່ງສະແດງອອກໃນລວມຍອດລາຍຮັບຂອງບ້ານບັນລຸໄດ້ 7ຕື້ 980 ລ້ານກີບ ໃນນັ້ນ: ຂົງເຂດກະສິກໍາ 5 ຕື້ 586 ລ້ານກີບ, ກວມເອົາ 70 ສ່ວນຮ້ອຍ ຂອງລາຍຮັບລວມ; ການຄ້າ-ການບໍລິການ 2 ຕື້ 394 ລ້ານກີບ, ກວມເອົາ 30 ສ່ວນຮ້ອຍ; ໃນໄລຍະ 3 ປີ ຜ່ານມາ ສາມາດສູ້ຊົນເກັບລາຍຮັບເຂົ້າງົບປະມານຂອງເມືອງໄດ້ 15 ລ້ານ 1 ແສນກວ່າກີບ, ທຽບໃສ່ແຜນປະຕິບັດໄດ້ 100 ສ່ວນຮ້ອຍ, ໃນນັ້ນ ແມ່ນລາຍຮັບຈາກພາສີທີ່ດິນທັງໝົດ.
ພ້ອມນັ້ນ: ສະຫາຍ ກໍ່ໄດ້ຜ່ານທິດທາງແຜນການພັດທະນາເສດຖະກິດ-ສັງຄົມ ຄາດໝາຍຕົ້ນຕໍ ໃນໄລຍະ 5 ປີ (2018-2022) ເປັນຕົ້ນ: ຊຸກຍູ້ລາຍຮັບຜະລິດຕະພັນຂອງປະຊາຊົນຮອດປີ 2022 ໃຫ້ບັນລຸໄດ້ 8 ຕື້ 232 ລ້ານກີບ, ໃນນັ້ນ ກະສິກໍາບັນລຸ 5 ຕື້ 762 ລ້ານ 4 ແສນກີບ; ການຄ້າ-ບໍລິການບັນລຸ 1 ຕື້ 234 ລ້ານ 8 ແສນກີບ, ສະເລ່ຍໃສ່ຫົວຄົນໃຫ້ໄດ້ 9 ລ້ານ 8 ແສນກີບ/ຄົນ/ປີ ຫຼື ເທົ່າກັບ 1.225 ໂດລາ/ຄົນ/ປີ, ເພື່ອເຮັດໃຫ້ໂຄງປະກອບເສດຖະກິດຂອງບ້ານມີການຂະຫຍາຍຕົວຢ່າງໝັ້ນທ່ຽງ ຊີວິດການເປັນຢູ່ຂອງປະຊາຊົນພັດທະນາດີຂຶ້ນເປັນກ້າວໆ. ຈາກນັ້ນ: ໃນກອງປະຊຸມຍັງໄດ້ປ່ອນບັດເລື້ອກຕັ້ງເອົາເລຂາ-ຮອງໜ່ວຍ ແລະ ຄະນະນາຍບ້ານຊຸດໃຫມ່ ເຊິ່ງມີຜູ້ສະໝັກທັງໝົດ: 5 ສະຫາຍ, ເລືອກເອົາ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເປັນເອກະພາບ ເຫັນດີເລືອກເອົາ ສະຫາຍ ຄໍາໃບ ເປັນເລຂາໜ່ວຍພັກບ້ານ-ນາຍບ້ານໆພັດທະນານໍ້າໃສທ່າ ຮັບຜິດຊອບຊີ້ນໍາລວມ, ລົງເລິກວຽກງານການເມືອງ-ແນວຄິດການຈັດຕັ້ງ ແລະ ວຽກພັກ-ອົງການຈັດຕັ້ງມະຫາຊົນ; ເລືອກເອົາ ສະຫາຍ ກິ ສີສະຫວັດ ເປັນຮອງເລຂາ ຮັບຜິດຊອບວຽກງານບໍລິຫານ-ການປົກຄອງ ແລະ ວຽກງານ ປກສ, ປກຊ; ສະຫາຍ ສູນທອນ ເປັນຮອງນານບ້ານ ຮັບຜິດຊອບວຽກງານເສດຖະກິດ-ການເງິນ ແລະ ວຽກງານວັດທະນະທໍາ-ສັງຄົມ.
ພ້ອມດຽວກັນນີ້: ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຊີ້ທິດເຍືອງທາງຂອງ ສະຫາຍ ຄໍາເຜືອກ ທອງຄໍາ ເລຂາພັກເມືອງ ເຈົ້າເມືອງປະທຸມພອນ ຕື່ມອີກ ເພື່ອເປັນບັນທັດຖານໃຫ້ກັບຄະນະບ້ານຊຸດໃຫມ່ ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕາມພາລະໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍ ໃຫ້ປະກົດຜົນເປັນຈິງ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ - ພາບ ທີມຂ່າວ ຖວທ ເມືອງປະທຸມພອນ
Editor: ກຳປານາດ ລັດຖະເຮົ້າ