ວັນທີ 14 ພຶດສະພາ 2018 ຜ່ານມາ, ຄະນະຮັບຜິດຊອບອັກຄີໄພ, ໄຟໄໝ້ບ້ານສັນແຟນເມືອງຄຳ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ແກ່ບ້ານສັນແຟນ ຂື້ນທີ່ ຫ້ອງວ່າການປົກຄອງ ເມືອງຄຳ, ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ວຽງໄຊ ສີວິໄລ ເລຂາພັກເມືອງ ເຈົ້າເມືອງຄຳ, ມີຫ້ອງການອ້ອມຂ້າງເມືອງ, ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ, ກຸ່ມບ້ານ ແລະ ບໍລິສັດຕ່າງໆອ້ອມຂ້າງແຂວງ,ເມືອງເຂົ້າຮ່ວມ.
ທ່ານ ທະນົງສັກ ສຸກສະຫວັນ ຮອງຜູ້ອຳນວຍການໃຫ່ຍ ບໍລິສັດລ້ານ ຊ້າງປະກັນໄພມະຫາຊົນ ໄດ້ຕ່າງໜ້າຂື້ນກ່າວມອບເຄື່ອງໄດ້ກ່າວວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ ໄມ້ແປ້ນ 5 ຄີວ, ໄມ້ເສັ້ນ 3 ຄີວ, ມີເຫຼັກຕະປູ 8 ແກັດ, ມີເຄື່ອງນຸ່ງຫົມ, ເຂົ້າ, ສາລີ, ເຄື່ອງໃຊັຄົວເຮືອນ, ເຄື່ອງໃຊ້ສອຍຕ່າງໆ ແລະ ເງີນຈຳນວນໜຶ່ງ ລວມມູນຄ່າ ທັງຫມົດ 20 ກວ່າລ້ານກີບ ພ້ອມນັ້ນກໍ່ໄດ້ກ່າວຄວາມເປັນຫ່ວງເປັນໃຍນຳພໍ່ແມ່ປະຊາຊົນ ແລະ ສະແດງຄວາມເສຍອົກເສຍໃຈຕໍ່ເຫດການທີ່ເກີດດັ່ງກ່າວ
ຈາກນັ້ນ ທ່ານ ໃຈເພັດ ພີມວົງສາ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງ ການເງີນເມືອງຄຳກໍ່ໄດ້ຂື້ນກ່າວຮັບ ແລະ ສະແດງຄວາມຂອບອົກຂອບໃຈ ນຳບໍລິສັດຕ່າງ, ຫ້ອງການ ແລະ ກຸ່ມບ້ານທີ່ໃຫ້ການອູ້ມຊູຊ່ວຍເຫຼືອ ແລະ ເຫັນໄດ້ເຖິງຄວາມເດືອດຮ້ອນຂອງພໍ່ແມ່ປະຊາຊົນພາຍໃນບ້ານສັນແຟນ ແລະ ເພື່ອເປັນການຊ່ວຍເຫຼືອ ເພື່ອນມະນຸດດ້ວຍກັນ ແລະ ທັງເປັນການປະກອບສ່ວນ ຊ່ວຍຄອບຄົວທີ່ທຸກຍາກລຳບາກ ໃຫ້ລຸດພົ້ນອອກຈາກການດອຍພັດທະນາ, ເປັນການສ້າງສາຍສຳພັນຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ທັງເປັນການພັດທະນາປະເທດຊາດ ເວົ້າລວມເວົ້າສະເພາະກໍ່ຄືເມືອງຄຳ ໃຫ້ນັບມື້ນັບມີການພັດທະນາດີຂື້ນໄປເທື່ອລະກ້າວ.
ແຫລ່ງຂ່າວ ຈາກທີມຂ່າວ ເມືອງຄໍາ
Editor: ກຳປານາດ ລັດຖະເຮົ້າ